ສູນກາງແນວລາວສ້າງຊາດ

Lao Front For National Development

ປະທານ ສນຊ ຢ້ຽມຢາມໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ

ເນື່ອງໃນໂອກາດ ວັນຊາດທີ 2 ທັນວາ ທີ່ຈະມາເຖິງນີ້, ທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມຄວາມຄືບໜ້າຂອງໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ – ວັງວຽງ ໂດຍເປັນກຽດຕ້ອນຮັບຂອງທ່ານ Tang Yong Kuo (ທ່ານ ຖັງຢອງເຄີ) ປະທານບໍລິສັດຮ່ວມທືນພັດທະນາ ທາງດ່ວນ ລາວ-ຈີນ ຈໍາກັດ, ມີບັນດາທ່ານກໍາມະການສູນກາງແນວລາວສ້າງຊາດ, ຄະນະທີ່ປຶກສາ ແລະ ຜູ້ຮ່ວມງານ ວຽກງານແນວລາວສ້າງຊາດ ຕະຫຼອດຮອດຄະນະຮັບຜິດຊອບກໍ່ສ້າງທາງດ່ວນ ເຂົ້າຮ່ວມ ໃນຄັ້ງວັນທີ 19 ພະຈິກ 2020 ນີ້.

ໃນໂອກາດນີ້, ປະທານບໍລິສັດຮ່ວມທືນພັດທະນາ ທາງດ່ວນ ລາວ-ຈີນ ຈໍາກັດ ໄດ້ໃຫ້ຮູ້ວ່າ: ຄວາມຄືບໜ້າການຈັດຕັ້ງປະຕິບັດກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ ຫາ ວັງວຽງ ໄດ້ເລີ່ມຕົ້ນການກໍ່ສ້າງ ທ້າຍປີ 2018, ໃນເບື້ອງຕົ້ນ ຄາດວ່າ ຈະໃຫ້ສໍາເລັດ ໃນທ້າຍປີ 2021, ແຕ່ໃນສະພາບການກໍ່ສ້າງຕົວຈິງ ໄດ້ກໍ່ສ້າງສໍາເລັດກ່ອນກໍານົດ, ມາເຖິງປະຈຸບັນ ການກໍ່ສ້າງເສັ້ນທາງດັ່ງກ່າວ ໄດ້ສໍາເລັດ ແລະ ພ້ອມທີ່ຈະເປີດໃຊ້ງານ ຢ່າງເປັນທາງການ ໃນວັນທີ 2 ທັນວາ 2020 ນີ້, ເຊິ່ງປະຈຸບັນໄດ້ສໍາເລັດການປູຢາງຫມາກຕອຍ ແລະ ໄດ້ສໍາເລັດການເຈາະອຸໂມງ ປະຈຸບັນນີ້, ແມ່ນກໍາລັງສືບຕໍ່ດໍາເນີນການຕິດຕັ້ງລະບົບໄຟຟ້າ ຕາມເສັ້ນທາງ ແລະ ໃນອຸໂມງ ເສັ້ນທາງດ່ວນນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງມີຄວາມຍາວ 109 ກິໂລແມັດ, ໄດ້ຜ່ານ 4 ເມືອງຄື: ນາຊາຍທອງ, ໂພນໂຮງ, ຫີນເຫີບ ແລະ ເມືອງວັງວຽງ ເປັນເສັ້ນທາງ ຄູ່ຂະໜານ ກ້ວາງຂວາງ, ລົງທຶນໂດຍ ນັກລົງທຶນຈາກປະເທດ ສປ ຈີນ, ມີມູນຄ່າການກໍ່ສ້າງທັງໝົດ 1.2 ຕື້ ໂດລ້າສະຫະລັດ.

info@lfnd.org.la | 021 213754 | (856-21) 453191