ສູນກາງແນວລາວສ້າງຊາດ

Lao Front For National Development

ປະທານ ສນຊ ຢ້ຽມຢາມ ແລະ ພົບປະ ພະນັກງານ-ລັດຖະກອນ ກົມກວດກາ ສນຊ.

ໃນວັນທີ 3 ກັນຍາ 2021 ນີ້, ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ຢ້ຽມຢາມ ແລະ ພົບປະ ພະນັກງານ-ລັດຖະກອນ ກົມກວດກາ ສູນກາງແນວລາວສ້າງຊາດ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ນາງ ຄໍາຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ແລະ ທ່ານ ນາງ ສີພະຈັນ ນັນທະວົງສາ ຄະນະປະຈໍາ, ຫົວໜ້າກົມກວດກາ ຕະຫຼອດຮອດພະນັກງານ-ລັດຖະກອນ ພາຍໃນກົມ ເຂົ້າຮ່ວມ ທີ່ສູນກາງແນວລາວສ້າງຊາດ.

ໃນໂອກາດນີ້, ໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວຂອງກົມກວດກາໂດຍສະເພາະແມ່ນສະພາບຄວາມເປັນມາ ແລະ ການຈັດຕັ້ງຂອງກົມກວດກາ; ການເຄື່ອນໄຫວວຽກງານກວດກາໄລຍະຜ່ານມາ; ວຽກງານກວດກາພັກ; ວຽກງານກວດກາລັດ-ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ວຽກງານຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ ແລະ ຕິດຕາມກວດກາການແກ້ໄຂຜົນຂອງການກວດກາ; ວຽກງານຕິດຕາມກວດກາ ຂອງແນວລາວສ້າງຊາດ; ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ສ້າງຄວາມເຂັ້ມແຂງວຽກງານກວດກາ ໂດຍສົມທົບກັບສະພະແຫ່ງຊາດໃນການປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດຂໍ້ຕົກລົງ ເລກທີ 01/ຄປຈ, ລົງວັນທີ 22 ພຶດສະພາ 2019 ວ່າດ້ວຍການພົວພັນລະຫວ່າງ ຄະນະປະຈໍາ ສະພາແຫ່ງຊາດ ກັບ ຄະນະປະຈໍາ ສູນກາງແນວລາວສ້າງຊາດ ຫັນເປັນແຜນງານອັນລະອຽດ  ແລະ ທິດທາງແຜນການໃນການເຄື່ອນໄຫວວຽກງານຕິດຕາມກວດກາໃຫ້ດີຂຶ້ນກວ່າເກົ່າ.

ທ່ານ ປະທານ ສນຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຄະນະກົມກວດກາ ແລະ ທ່ານຮອງປະທານຜູ້ຊີ້ນໍາກົມກວດກາ ທີ່ສາມາດຍາດໄດ້ຜົນງານອັນດີເດັ່ນ ຕະຫຼອດໄລຍະຜ່ານມາ ໄດ້ເອົາໃຈໃສ່ຕໍ່ວຽກງານຕິດຕາມກວດກາ, ເກັບກໍາຫາງສຽງສັງຄົມ, ປົກປ້ອງສິດ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີຕ່າງໆ, ໃນຕໍ່ໜ້າໃຫ້ສືບຕໍ່ຍົກສູງບົດບາດຕິດຕາມ ກວດກາຂອງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ໃນການສ່ອງແສງຄວາມມຸ້ງມາດປາດຖະໜາຂອງປະຊາຊົນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານແນວໂຮມໃນໄລຍະໃໝ່ ໂດຍຕິດພັນກັບມະຕິ 108/ກມສພ ວ່າດ້ວຍ ວຽກງານແນວໂຮມ ແລະ ວຽກມະຫາຊົນຂອງພັກໃນໄລຍະໃໝ່  ແລະ ສືບຕໍ່ເຕົ້າໂຮມ ແລະ ເສີມສ້າງຄວາມສາມັກຄີປອງດອງ, ຄວາມເປັນປືກແຜ່ນທົ່ວປວງຊົນ ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່. ພ້ອມດຽວກັນນີ້ ທ່ານປະທານ ສນຊ ໄດ້ຢ້ຽມຊົມຫ້ອງເຮັດວຽກຂອງພະນັກງານ-ລັດຖະກອນ ກົມຊົນກວດກາຕື່ມອີກ.

ບກ: ພ. ບຸບຜາ

ຂ່າວ​: ລີ

ພາບ: ແກ້ວອຸດົມ

info@lfnd.org.la | 021 213754 | (856-21) 453191