ສູນກາງແນວລາວສ້າງຊາດ

Lao Front For National Development

ປະທານ ສນຊ ຢ້ຽມຢາມ ແລະ ພົບປະ ພະນັກງານ-ລັດຖະກອນ ກົມຊົນເຜົ່າ.

 ​

ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ຢ້ຽມຢາມ ແລະ ພົບປະ ພະນັກງານ-ລັດຖະກອນ ກົມຊົນເຜົ່າ ສູນກາງແນວລາວສ້າງຊາດ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ໄມ ຄໍາວົງ ຫົວໜ້າກົມຊົນເຜົ່າ, ເປັນກຽດເຂົ້າຮ່ວມມີທ່ານ ພູວົງ ພະມິສິດ ກໍາມະການສູນກາງແນວລາວສ້າງຊາດ, ທັງເປັນ ຄະນະທີ່ປຶກສາວຽກງານຊົນເຜົ່າ ສນຊ ພ້ອມດ້ວຍຄະນະເຂົ້າຮ່ວມໃນວັນທີ 24 ສິງຫາ 2021 ນີ້, ທີ່ສູນກາງແນວລາວສ້າງຊາດ.

ໃນໂອກາດນີ້, ໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວຂອງກົມຊົນເຜົ່າໂດຍສະເພາະແມ່ນການຈັດຕັ້ງປະຕິບັດວຽກງານຊົນເຜົ່າໃນໄລຍະຜ່ານມາ, ວຽກງານການເມືອງ-ແນວຄິດ, ວຽກງານວິຊາສະເພາະ, ວຽກງານຄະນະທີ່ປຶກສາ, ວຽກງານໂຄງການ ແລະ ວຽກງານປະສານສົມທົບກັບພາກສ່ວນອື່ນ ພ້ອມດ້ວຍຂໍ້ສະເໜີຕ່າງໆພາຍໃນກົມ, ແລະ ທ້ອງຖິ່ນທີ່ມີຄວາມຈໍາເປັນ ນອກຈາກນັ້ນ, ໄດ້ຮັບຟັງການລາຍງານກ່ຽວກັບສະພາບການເຄື່ອນໄຫວໂດຍຫຍໍ້ຂອງຄະນະທີ່ປຶກສາວຽກງານຊົນເຜົ່າ ສນຊ ຕໍ່ກັບວຽກງານການຊ່ວຍເຫຼືອປະຊາຊົນລາວບັນດາເຜົ່າທີ່ທຸກຍາກໃນເຂດຫ່າງໄກສອກຫຼິກ ແລະ ການຊ່ວຍເຫຼືອວັດຖຸ-ປັດໄຈຕ່າງໆ ໃຫ້ແກ່ວຽກງານຊົນເຜົ່າໃນຂອບເຂດທົ່ວປະເທດ.

ທ່ານ ປະທານ ສນຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຄະນະກົມຊົນເຜົ່າ ແລະ ຄະນະທີ່ປຶກສາວຽກງານຊົນເຜົ່າ ທີ່ສາມາດຍາດໄດ້ຜົນງານອັນພົນເດັ່ນຕະຫຼອດໄລຍະຜ່ານມາໂດຍສະເພາະແມ່ນຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ, ໂຄງການສ້າງຄວາມເຂັ້ມແຂງໃຫ້ແນວລາວສ້າງຊາດ ແລະ ທ່ານໄດ້ເນັ້ນຕື່ມວ່າ: ໃຫ້ບັນດາທ່ານສືບຕໍ່ຈັດຕັ້ງປະຕິບັດ ວຽກງານຊົນເຜົ່າ ໃຫ້ດີຂຶ້ນກວ່າເກົ່າໃນຕໍ່ໜ້າ, ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີອັນເປັນປຶກແຜ່ນແໜ້ນໜາເປັນພຶ້ນຖານໃນການພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າ ແລະ ໃນຕໍ່ໜ້ານີ້ ຕ້ອງຮັບປະກັນຄວາມສະເໝີພາບລະຫວ່າງບັນດາເຜົ່າ ລວມທັງການປົກປ້ອງສິດ ແລະ ຜົນປະໂຫຍດ, ການແກ້ໄຂຄວາມຫຼຸດໂຕນກັນຂອງປະຊາຊົນລາວບັນດາເຜົ່າ, ສືບຕໍ່ສຶກສາອົບຮົມບັນດາເຜົ່າເຂົ້າຮ່ວມຂະບວນການສ້າງສາພັດທະນາປະເທດຊາດ, ສ່ວນຄະນະທີ່ປຶກສາວຽກງານຊົນເຜົ່າ ໃຫ້ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ຂໍໃຫ້ຊ່ວຍວຽກງານຈຸດສຸມໃນການບູລະນະ ເປັນຄັນທຸງເຕົ້າໂຮມຄວາມສາມັກຄີປວງຊົນລາວ. ພ້ອມດຽວກັນນີ້, ທ່ານ ປະທານ ສນຊ ໄດ້ຢ້ຽມຊົມຫ້ອງເຮັດວຽກຂອງພະນັກງານ-ລັດຖະກອນ ກົມຊົນເຜົ່າຕື່ມອີກ.

ບກ: ພ​ ບຸບຜາ

ຂ່າວ-ພາບ: ລີ

info@lfnd.org.la | 021 213754 | (856-21) 453191