ສູນກາງແນວລາວສ້າງຊາດ

Lao Front For National Development

ປະທານ ສນຊ ລົງເຄື່ອນໄຫວຊຸກຍູ້ໂຄງການກໍ່ສ້າງ ແລະ ຢ້ຽມພໍ່ແມ່ປະຊາຊົນໃນເຂດໄພພິບັດ ເມືອງສະໜາມໄຊ ແຂວງອັດຕະປື.

ໃນວັນທີ 16 ກັນຍາ ຜ່ານມານີ້ ທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານ ສູນກາງແນວລາວສ້າງຊາດ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຟື້ນຟູຜົນກະທົບຈາກໄພພິບັດ ຢູ່ເມືອງສະໜາມໄຊ ແຂວງ ອັດຕະປືເປັນຕົ້ນແມ່ນໄດ້ຢ້ຽມຢາມໂຄງການກໍ່ສ້າງຟື້ນຖານໂຄງລ່າງ ເຊັ່ນ: ການກໍ່ສ້າງເຮືອນຢູ່ຖາວອນ, ໂຮງຮຽນບ້ານຫີນລາດມາຮອດປະຈຸບັນ ແມ່ນມີຄວາມສຳເລັດ 95 % , ໂຄງການກໍ່ຫ້ອງການທ່າແສງຈັນ ມີຄວາມສຳເລັດປະມານ 40-45%, ສຸກສາລາບ້ານຫີນລາດມີຄວາມສຳເລັດປະມານ 80-85%, ເຂດຈັດສັນບ້ານຕະມໍຢອດ, ບ້ານດອນບົກທ່າແສງຈັນ ແລະ ບ້ານດົງບາກໃໝ່ຫີນຄໍາ ພ້ອມທັງຢ້ຽມຢາມຖາມຂ່າວຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ແລະ ຄູອາຈານ ແລະ ນ້ອງນັກຮຽນຢູ່ເຂດດັ່ງກ່າວ, ໂດຍມີ ທ່ານ ອຸ່ນຫຼ້າ ໄຊຍະສິດ ຄະນະປະຈໍາພັກແຂວງ-ຮອງເຈົ້າແຂວງອັດຕະປື ພ້ອມດ້ວຍຄະນະ ລົງຕິດຕາມ.

IMG_6955

 

info@lfnd.org.la | 021 213754 | (856-21) 453191