ສູນກາງແນວລາວສ້າງຊາດ

Lao Front For National Development

ປະທານ ສນຊ ເຂົ້າຮ່ວມກອງປະຊຸມສະໄໝສາມັນ ຄະນະກຳມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ຄັ້ງທີ X

ປະທານ ສນຊ ເຂົ້າຮ່ວມກອງປະຊຸມສະໄໝສາມັນ ຄະນະກຳມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ຄັ້ງທີ X
ໃນຕອນເຊົ້າຂອງວັນທີ 15 ທັນວາ 2020 ທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານ ສນຊ ໄດ້ເຂົ້າຮ່ວມ ແລະ ໃຫ້ທິດຊີ້ນຳຕໍ່ ກອງປະຊຸມສະໄໝສາມັນ ຄະນະກຳມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ (ຄພລຕ) ຄັ້ງທີ X. ກອງປະຊຸມ ໄດ້ສະຫຼຸບລາຍງານຜົນການເຄື່ອນໄຫວຂອງ ຄພລຕ ໄລຍະສອງປີຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ. ທ່ານປະທານ ໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງພັກ-ລັດ ທີ່ມີຕໍ່ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ແລະທ່ານກໍໄດ້ໃຫ້ທິດຊີ້ນຳ ທີ່ມີລັກສະນະຍຸດທະສາດ ໃຫ້ ຄພລຕ ເອົາໃຈໃສ່ ໃນ 5 ວຽກງານຈຸດສຸມຕໍ່ພີ່ນ້ອງເຊື້ອຊາດລາວໃນຊຸມປີຕໍ່ໜ້າ.

info@lfnd.org.la | 021 213754 | (856-21) 453191