ສູນກາງແນວລາວສ້າງຊາດ

Lao Front For National Development

ປະທານ ສູນກາງແນວລາວສ້າງຊາດ ຢ້ຽມຢາມ ສູນສົ່ງເສີມກະສິກໍາ ທົ່ງຮາບ-ທ່າງອນ

ໃນວັນທີ 26 ກຸມພາ 2021 ຜ່ານມານີ້, ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອໄຫວເຮັດວຽກ ແລະ ຢ້ຽມຢາມຢູ່ສູນສົ່ງເສີມກະສິກໍາ ທົ່ງຮາບ-ທ່າງອນ ເພື່ອຊຸກຍູ້ການຜະລິດ ແລະ ຮັບຟັງການສະເໜີບັນຂອງສູນດັ່ງກ່າວ, ໂດຍການຕ້ອນຮັບຂອງ ທ່ານ ເຈົ້າເມືອງໆໄຊທານີ.
ໃນໂອກາດດັ່ງກ່າວ, ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ຮັບຟັງການລາຍງານກ່ຽວກັບປະຫວັດຄວາມເປັນມາ, ການຄຸ້ມຄອງ ແລະ ການເຄື່ອນໄຫວຂອງສູນສົ່ງເສີມກະສິກໍາ ທົ່ງຮາບ-ທ່າງອນ ຈາກທ່ານຫົວໜ້າສູນດັ່ງກ່າວຄື: ໂຄງການຊົນລະປະທານ ທົ່ງຮາບ-ທ່າງອນ ໄດ້ເລີ່ມກໍ່ສ້າງຄັ້ງທີ1 ໃນປີ 1971-1974 ແລະ ຄັ້ງທີ່2 ໃນປີ 1986-1988 ມາຮອດທ້າຍປີ 2018 ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງ ໄດ້ປ່ຽນກົງຈັກການຈັດ ຕັ້ງໂດຍປ່ຽນຈາກໂຄງການຊົນລະປະທານ ທົ່ງຮາບ-ທ່າງອນ ມາເປັນ ສູນສົ່ງເສີມກະສິກໍາ ທົ່ງຮາບ-ທ່າງອນ ເຊິ່ງເປັນໂຄງການຊົນລະປະທານທີ່ມີສິ່ງອໍານວຍຄວາມສະດວກ ສາມາດດູດນໍ້າເຂົ້າ ແລະ ດູດນໍ້າອອກໄດ້ ເພື່ອປະຊາ ຊົນໄດ້ທໍາການຜະລິດ.
info@lfnd.org.la | 021 213754 | (856-21) 453191