ສູນກາງແນວລາວສ້າງຊາດ

Lao Front For National Development

ປາຖະກະຖາ ຫົວຂໍ້ “ເຮັດໃຫ້ສະໝອງດີ ມີປັນຍາຄວາມຮູ້ ຂຽນໄດ້ ຮຽນເກັ່ງ ຮັກຊາດ ແລະ ເປັນຄົນດີຂອງສັງຄົມ”

ສູນກາງແນວລາວສາ້ງຊາດ(ສນຊ) ຈັດພິທີປາຖະກະຖາ ຫົວຂໍ້ “ເຮັດໃຫ້ສະໝອງດີ ມີປັນຍາຄວາມຮູ້ ຂຽນໄດ້ ຮຽນເກັ່ງ ຮັກຊາດ ແລະ ເປັນຄົນດີຂອງສັງຄົມ” ຂຶ້ນໃນວັນທີ 14 ຕຸລາ 2020 ນີ້ ທີ່ຫ້ອງປະຊຸມ ສນຊ, ເປັນກຽດປາຖະກະຖາ ໂດຍທ່ານ ດວງໄຊ ຫຼວງພະສີ ນັກປະພັນແຫ່ງຊາດ, ຜູ້ອຳນວຍການສຳນັກພິມຫຼວງພະສີ, ເປັນກຽດເຂົ້າຮ່ວມ ມີບັນດາທ່ານ ຮອງປະທານ ສນຊ, ຄະນະປະຈຳ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ບັນດາກົມ ສູນຝຶກອົບຮົມ, ກະມະການ ສນຊ ອ້ອມຂ້າງສູນກາງ, ອົງການຈັດຕັ້ງມະຫາຊົນອ້ອມຂ້າງສູນກາງ, ສະມາຄົມຄຸນຄ່າລາວ, ສະມາຄົມຜູ້ສູງອາຍຸ, ບັນດາສາສະໜາຕ່າງໆ ພ້ອມດ້ວຍພະນັກງານວິຊາການ ສນຊ ເຂົ້າຮ່ວມ.

ໃນພິທີ ທ່ານ ດວງໄຊ ຫຼວງພະສີ ໄດ້ໃຫ້ຮູ້ສຳນັກພິມຫຼວງພະສີມີຄວາມສຳຄັນແນວໃດ, ປະຫວັດຄວາມເປັນມາຂອງທ່ານເອງ, ບາງຈຸດປະຫວັດສາດຂອງຊາດລາວ ໃນໄລຍະຜ່ານມາ ໂດຍຫຍໍ້ ເປັນຕົ້ນແມ່ນໄດ້ຍົກໃຫ້ເຫັນຂະບວນການຕໍ່ສູ້ຕ້ານສັດຕູ ໃນແຕ່ລະໄລຍະ. ພ້ອມກັນນັ້ນ ທ່ານ ກໍໄດ້ໃຫ້ຮູ້ວ່າການທີ່ຈະເຮັດໃຫ້ຄົນມີສະໝອງດີ ມີປັນຍາຄວາມຮູ້ ຂຽນໄດ້ ຮຽນເກັ່ງ ນັ້ນແມ່ນ ຕ້ອງເປັນຄົນທີ່ມັກຟັງ, ຟັງຄຳໂອ້ລົມຂອງຜູ້ໃຫຍ່, ເອົາໃຈໃສ່ໃນການຮັບຟັງການສົນທະນາຂອງໝູ່ຄະນະ, ເປັນຄົນທີ່ຕົງຕໍ່ເວລາ ໃນເມື່ອມີກອງປະຊຸມ ເພື່ອຈະໄດ້ຮັບຟັງແຕ່ຕົ້ນຈົນຮອດປາຍ, ເປັນຄົນທີ່ມັກການອ່ານ, ມັກຂຽນ, ມັກຄົ້ນຄວ້າ ແລະ ຄົ້ນຄິດ ວ່າສິ່ງທີ່ໄດ້ຮັບຟັງຜ່ານແລ້ວນັ້ນ ມີອັນໃດຖືກ, ອັນໃດຜິດ, ອັນໃດທີ່ມີປະໂຫຍດຕໍ່ຕົນເອງ, ຖ້າບໍ່ຮູ້, ບໍ່ເຂົ້າໃຈ ກໍຄວນທີ່ຈະຖາມ ເພື່ອສາມາດກຳໄດ້ເນື້ອໃນ ແລະ ຝຶກຕົນເອງໃຫ້ກາຍເປັນຄົນທີ່ມີຄວາມຮູ້ຄວາມສາມາດ.

ການປາຖະກະຖາຄັ້ງນີ້, ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ເຂົ້າຮ່ວມ ໄດ້ຮັບຮູ້, ເຂົ້າໃຈ ແລະ ຮຽນຮູ້ປະຫວັດສາດລາວ, ເຫັນໄດ້ຄວາມໝາຍຄວາມສຳຄັນໃນການຂຽນ ແລະ ການອ່ານ ເພື່ອຄົ້ນຄວ້າດ້ວຍຕົນເອງ, ພັດທະນາຕົນເອງໃຫ້ກາຍເປັນຄົນທີ່ມີຄວາມຮູ້ຄວາມສາມາດ ແລະ ນຳໄປຮັບໃຊ້ເຂົ້າໃນວຽກງານຕົວຈິງຢູ່ໃນຂົງເຂດວຽກງານຕ່າງໆ ໃຫ້ໄດ້ຮັບຜົນສຳເລັດ ເປັນກ້າວໆ. ພ້ອມກັນນີ້, ທ່ານ ກໍໄດ້ມອບປຶ້ມທີ່ເປັນຜົນງານໃນການຂຽນຂອງທ່ານ ຈຳນວນ 150 ຫົວ ລວມມູນຄ່າ 4 ລ້ານກີບ ໃຫ້ສູນກາງແນວລາວສ້າງຊາດ ຕື່ມອີກ.

info@lfnd.org.la | 021 213754 | (856-21) 453191