ສູນກາງແນວລາວສ້າງຊາດ

Lao Front For National Development

ປຶກສາຫາການກະກຽມຄວາມພ້ອມ ໃນການດໍາເນີນ ກອງປະຊຸມໃຫຍ່ ຄັ້ງທີ VIII ຜູ້ແທນແນວລາວສ້າງຊາດ ແຂວງ ບໍ່ແກ້ວ

ເນື່ອງໃນໂອກາດກະກຽມດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VIII ຜູ້ແທນແນວລາວສ້າງຊາດ ແຂວງບໍ່ແກ້ວ ທີ່ຈະມາເຖິງໃນມໍ່ໆນີ້, ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະໄດ້ຮ່ວມກັບຄະນະກຳມະການແນວລາວສ້າງຊາດແຂວງ ບໍ່ແກ້ວ ຈັດກອງປະຊຸມປຶກສາຫາລືກ່ຽວກັບການກະກຽມຄວາມພ້ອມໃນການດຳເນີນກອງປະຊຸມໃຫຍ່ ຄັ້ງນີ້, ມີທ່ານ ດາລີວັນ ພູສະຫວັນ ປະທານແນວລາວສ້າງຊາດ ແຂວງ ບໍ່ແກ້ວ ພ້ອມດ້ວຍພະນັກງານ ແນວລາວສ້າງຊາດແຂວງເຂົ້າຮ່ວມ ຢູ່ທີ່ຫ້ອງປະຊຸມແນວລາວສ້າງຊາດແຂວງບໍ່ແກ້ວ ໃນວັນທີ 28 ທັນວາ 2020 ນີ້.

ທ່ານ ປະທານ ແນວລາວສ້າງຊາດ ແຂວງ ບໍ່ແກ້ວ ໄດ້ລາຍງານຫຍໍ້ກ່ຽວກັບ ກະກຽມຄວາມພ້ອມໃນການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VIII ຜູ້ແທນແນວລາວສ້າງຊາດ ແຂວງ ບໍ່ແກ້ວ ໂດຍສະເພາະທາງດ້ານເນື້ອໃນ, ວາລະການດໍາເນີນກອງປະຊຸມ ແລະ ເປົ້າໝາຍການແຕ່ງຕັ້ງຄະນະປະທານແນວລາວສ້າງຊາດຊຸດໃໝ່.

ໃນໂອກາດນີ້, ທ່ານ ຈັນທະວົງ ແສນອາມາດມົນຕີ ໄດ້ມີບາງຄໍາເຫັນຊີ້ນໍາຕື່ມທາງດ້ານເນື້ອໃນ, ວາລະການດໍາເນີນ ແລະ ການແຕ່ງຕັ້ງຄະນະປະທານ-ຮອງປະທານແນວລາວສ້າງຊາດແຂວງຊຸດໃຫມ່ ໂດຍເລືອກເຟັ້ນຕົວແທນຊົນເຜົ່າ, ເພດ ແລະ ສ່ວນກໍາມະການແນວລາວສ້າງຊາດແຂວງໃຫ້ເອົາຜູ້ຊົງຄຸນວຸດທິບັນດາເຜົ່າ, ນັກທຸລະກິດ ແລະ ພະນັກງານອາວຸໂສບໍານານ.    ພ້ອມກັນນີ້, ທ່ານ ຮອງປະທານ ສນຊ ໄດ້ມອບເງິນສົດຈໍານວນ 3 ລ້ານກີບ ເພື່ອຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ VIII ຜູ້ແທນແນວລາວສ້າງຊາດ ແຂວງບໍ່ແກ້ວ ແລະ ມອບຢາປົວພະຍາດ, ຜາຫົ່ມຈໍານວນໜຶ່ງ ທີ່ໄດ້ລະດົມຈາກຄະນະທີ່ປຶກສາ ແລະ ຄູ່ຮ່ວມງານ ວຽກງານໂຄສະນາ ສູນກາງແນວລາວສ້າງຊາດ ມາມອບໃຫ້ແນວລາວສ້າງຊາດ ແຂວງບໍ່ແກ້ວ ເພື່ອນໍາໄປມອບຕໍ່ໃຫ້ປະຊາຊົນຜູ້ທີ່ທຸກຍາກຂາດເຂີນຢູ່ 3 ເມືອງທີ່ຍັງເປັນເມືອງທຸກຍາກຄື: ເມືອງຜາອຸດົມ, ເມືອງປາກທາ ແລະ ເມືອງເມິງ.

 

 

info@lfnd.org.la | 021 213754 | (856-21) 453191