ສູນກາງແນວລາວສ້າງຊາດ

Lao Front For National Development

ປຶກສາຫາລືການກະກຽມຄວາມພ້ອມກອງປະຊຸມສາກົນ ປະທານແນວໂຮມ 3 ປະເທດ.

ກອງປະຊຸມວີດີໂອຄອນ(VDO Call) ລະບົບທາງໄກ ເພື່ອປືກສາຫາລືກ່ຽວກັບການກະກຽມຄວາມພ້ອມ ໃນການຈັດກອງປະຊຸມສາກົນ ປະທານແນວໂຮມ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 4 ທີ່ຈະຈັດຂຶ້ນຢູ່ ປະເທດລາດຊະອານາຈັກກຳປູເຈຍ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2020 ທີ່ສູນກາງແນວລາວສ້າງຊາດ.

ເປັນກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ ຝ່າຍລາວນໍາໂດຍທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ, ຝ່າຍກຳປູເຈຍ ນໍາໂດຍທ່ານ ແຍມ ວາລີ ຮອງປະທານ​ຜູ້​ປະຈຳການ ​ແລະ ​ເລຂາ​ທິການ​ສະພາ​ແນວ​​ໂຮມ​ສາມັກຄີ​ພັດທະນາ​ມາ​ຕຸ​ພູມ ກຳປູ​ເຈຍ ແລະ ຝ່າຍຫວຽດນາມ ນໍາໂດຍທ່ານ ຕື່ ແທັງ ເຫວ ຫົວໜ້າກົມພົວພັນຕ່າງປະເທດ ສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນ ແລະ ພະນັກງານທີ່ກ່ຽວຂ້ອງຂອງທັງ 3 ຝ່າຍເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ທັງ 3 ຝ່າຍໄດ້ລາຍງານ ແລະ ປຶກສາຫາລືນຳກັນກ່ຽວກັບການກະກຽມຄວາມພ້ອມ ໃນໄລຍະຜ່ານມາ ໃນການຈັດກອງປະຊຸມສາກົນ ປະທານແນວໂຮມ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 4 ທີ່ຈະຈັດຂຶ້ນໃນຕໍ່ຫນ້ານີ້ ເຊິ່ງ ທັງ 3 ຝ່າຍໄດ້ມີຄວາມເປັນເອກະພາບກັນ ທາງດ້ານເນື້ອໃນ, ວາລະກອງປະຊຸມ, ການໃຊ້ລະບົບທາງໄກວີດີໂອຄອນ (VDO call) ແລະ ຄວາມພ້ອມຈໍານວນໜຶ່ງ.

info@lfnd.org.la | 021 213754 | (856-21) 453191