ສູນກາງແນວລາວສ້າງຊາດ

Lao Front For National Development

ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ລົງເຄື່ອນໄຫວໂຄສະນາຫາສຽງ ຢູ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.

ໃນວັນທີ 19 ກຸມພາ 2021 ນີ້, ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ 4 ທ່ານ ໄດ້ລົງໂຄສະນາຫາສຽງ ຢູ່ທີ່ຫ້ອງປະຊຸມ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.

ການລົງເຄື່ອນໄຫວໂຄສະນາຫາສຽງ ພົບປະກັບ ພະນັກງານ-ລັດຖະກອນ ໃນຄັ້ງນີ້ ບັນດາຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ໄດ້ຜັດປ່ຽນກັນຂຶ້ນລາຍງານກ່ຽວກັບປະຫວັດ ແລະ ການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ໃຫ້ພະນັກງານ-ລັດຖະກອນ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຮັບຊາບ.

ພ້ອມກັນນີ້, ກໍໄດ້ຍົກໃຫ້ເຫັນວ່າໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ນີ້ ແມ່ນເຫດການທີ່ສໍາຄັນໜຶ່ງທາງການເມືອງຂອງຊາດ ແລະ ໃຫ້ຮູ້ວ່າເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ມີຜູ້ສະໜັກທັງໝົດ 23 ທ່ານ ແລ້ວຈະເລືອກເອົາ 18 ທ່ານ ແລະ ທຸກຄົນທີ່ມີອາຍຸຕັ້ງແຕ່ 18 ປີ ຂຶ້ນໄປ ແມ່ນຕ້ອງໄປໃຊ້ສິດປ່ອນບັດເລືອກຕັ້ງ ເພື່ອເລືອກເອົາຕົວແທນຂອງປະຊາຊົນໄປເຮັດວຽກຢູ່ໃນສະພາແຫ່ງຊາດ.

info@lfnd.org.la | 021 213754 | (856-21) 453191