ສູນກາງແນວລາວສ້າງຊາດ

Lao Front For National Development

ຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ V ຂອງສະມາຄົມຜູ້ສູງອາຍຸນະຄອນຫລວງວຽງຈັນ.

ໂດຍອີງຕາມດຳລັດວ່າດ້ວຍສະມາຄົມ, ກົດລະບຽບສະບັບປັບປຸງຂອງສະມາຄົມຜູ້ສູງອາຍຸ(ສອວ) ແລະ ແຜນການກະກຽມກອງປະຊຸມໃຫຍ່; ວັນທີ 31 ມັງກອນ 2020 ນີ້, ສອວ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ V ຂອງຕົນຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານ ປອ ສົມພົງ ມົງຄຸນວິໄລ ປະທານ ສອວ, ເປັນກຽດເຂົ້າຮ່ວມໂດຍທ່ານ ປອ ອານຸພາບ ຕຸນາລົມ ກຳມະ ການສູນກາງພັກ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ທ່ານ ນາງ ຄໍາຈັນ ພົມແສງສະຫວັນ ຄະນະປະຈໍາພັກ, ຮອງປະທານສູນກາງແນວລາວສ້າງຊາດ ແລະ ມີບັນດາແຂກຖືກເຊີນ, ສະມາຊິກຂອງ ສອວ ເຂົ້າຮ່ວມ ທີ່ພັດຕະຄານແມ່ຂອງ.

ໃນພິທີໄດ້ຮັບຟັງບົດລາຍງານການເຄື່ອນໄຫວໄລຍະ 2 ປີຜ່ານມາ ແລະ ທິດທາງແຜນການ ຊຸມປີຕໍ່ຫນ້າຈາກທ່ານ ປອ ສົມພົງ ມົງຄຸນວິໄລ, ຮັບຟັງການສັງລວມກົດລະບຽບ ສອວ ສະບັບປັບປຸງ, ການຂຶ້ນປະກອບຄໍາເຫັນຂອງ ສອວ ເມືອງຈໍານວນໜຶ່ງ, ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ເນື້ອໃນຕ່າງໆ. ກອງປະຊຸມໄດ້ປ່ອນບັດເລືອກຕັ້ງຄະນະ ສອວ ຊຸດໃຫມ່ ແລະ ຮັບຟັງຄໍາເຫັນໂອ້ລົມຂອງ ທ່ານ ປອ ອານຸພາບ ຕຸນາລົມ ຕື່ມອີກ.

info@lfnd.org.la | 021 213754 | (856-21) 453191