ສູນກາງແນວລາວສ້າງຊາດ

Lao Front For National Development

ຜົນສຳເລັດ ກອງປະຊຸມໃຫຍ່ຜູ້ແທນ ແນວລາວສ້າງຊາດ ແຂວງຫົວພັນ ຄັ້ງທີ VIII

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ແຂວງຫົວພັນ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ ການເປັນປະທານຂອງທ່ານ ຄຳຜິວ ວົງສະຫວັນ ປະທານແນວລາວສ້າງຊາດ ແຂວງຫົວ ພັນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງ ພັກເລຂາພັກແຂວງ, ເຈົ້າແຂວງແຂວງຫົວພັນ, ທ່ານ ນາງ ຄຳຈັນ ພົມແສງ ສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາປະທານແນວລາວສ້າງຊາດ 10 ເມືອງພາຍໃນແຂວງ, ຕາງ ໜ້າພະແນກການອ້ອມຂ້າງ ຕະຫຼອດຮອດ ພະນັກງານແນວລາວສ້າງຊາດແຂວງ ເຂົ້າຮ່ວມທັງໝົດ 201 ທ່ານ; ໃນນີ້, ມີຜູ້ແທນສົມບູນ 131 ທ່ານ, ພຣະສົງ 2 ອົງ ແລະ ເພດຍິງ 8 ທ່ານ; ຈັດຂຶ້ນທີ່ສະໂມສອນໃຫຍ່ແຂວງ ວັນທີ 30 ທັນວາ 2020;

ໃນວາລະກອງປະຊຸມ ໄດ້ຮັບຟັງການຜ່ານບົດລາຍງານການເມືອງທັງສອງພາກຄື: ຕີລາຄາລວມການຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII; ໃນນີ້, ໄດ້ຍົກໃຫ້ເຫັນຜົນງານດ້ານດີ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການວຽກງານຈຸດສຸມໃນຕໍ່ໜ້າ (2021-2016) ສະເໜີໂດຍທ່ານ ວີເຕັງ ຈື່ໄມເຕັງ ຮອງປະທານ ແນວລາວສ້າງຊາດແຂວງ; ກອງປະຊຸມໄດ້ຮັບຟັງການປະກອບຄຳເຫັນຂອງຜູ້ແທນເມືອງຫົວເມືອງ, ຊຳເໜືອ, ວຽງໄຊ ແລະ ສະຫະພັນນັກຮົບເກົ່າແຂວງ;

ໂອກາດເຂົ້າຮ່ວມ ແລະ ມີຄຳເຫັນ ຊີ້ນຳຕໍ່ກອງປະຊຸມ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ ຊຶ່ງທ່ານໄດ້ເນັ້ນບາງເນື້ອໃນສຳຄັນວ່າ: ວຽກງານແນວລາວສ້າງຊາດ  ຍາມໃດກໍມີບົດບາດອັນໃຫຍ່ຫຼວງໃນການປຸກລະ ດົມຂົນຂວາຍ ແລະ ເຕົ້າໂຮມຄວາມສາມັກຄີ ປະຊາຊົນລາວບັນດາຊົນເຜົ່າ; ດັ່ງນັ້ນ, ຄະນະກຳມະການແນວລາວສ້າງ ຊາດແຂວງ ຄວນໄດ້ເພີ່ມທະວີຄວາມເປັນແບບຢ່າງ ໃນຖານະເປັນຄັນທຸງເຕົ້າໂຮມຄວາມສາມັກຄີບັນດາຊັ້ນຄົນ, ຊົນ ເຜົ່າ, ສາສະໜາ, ເພດ ແລະ ໄວ ພາຍໃນແຂວງ ໃຫ້ໜັກແໜ້ນ, ເຂັ້ມແຂງ ແລະ ເຮັດໃຫ້ວຽກງານແນວ ລາວສ້າງຊາດ ມີບາດກ້າວໃໝ່;

ພ້ອມດຽວກັນນີ້, ທ່ານ ນາງ ຄຳຈັນ ພົມແສງສະຫວັນ ເປັນກຽດໂອ້ລົມມີບາງຕອນ ທ່ານໄດ້ ເນັ້ນວ່າ: ແນວລາວສ້າງຊາດແຂວງ-ເມືອງ ໃຫ້ນຳເອົາມະຕິ, ເນື້ອໃນກອງປະຊຸມຄັ້ງນີ້ ໄປຈັດຕັ້ງເຜີຍແຜ່ເຊື່ອມຊື່ມ; ສະເໜີໃຫ້ ຄະນະພັກ, ອົງການປົກຄອງຂັ້ນຕ່າງໆ ສືບຕໍ່ນຳພາ-ຊີ້ນຳ ແລະ ສ້າງເງື່ອນໄຂ ອຳນວຍຄວາມສະດວກ ທາງດ້ານງົບ ປະມານ, ພາຫະນະ, ອຸປະກອນ ແລະ ສະຖານທີ່ ໃຫ້ແກ່ອົງການແນວລາວສ້າງຊາດ ເພື່ອສາມາດເຄື່ອນໄຫວຕາມພາ ລະບົດບາດ ແລະ ມີເນື້ອໃນອຸດົມສົມບູນກວ່າເກົ່າ; ພ້ອມນີ້, ຕ້ອງໄດ້ປັບປຸງແບບແຜນວິທີການເຄື່ອນໄຫວຂອງຕົນໃຫ້ ສອດຄ່ອງ-ເໝາະສົມ;

ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາຄະນະກຳມະການແນວລາວສ້າງຊາດ ແຂວງຫົວພັນ ສະໄໝທີ VIII ຈຳ ນວນ 74 ທ່ານ, ພຣະສົງ 2 ອົງ ແລະ ເພດຍິງ 8 ທ່ານ; ກອງປະຊຸມຄັ້ງປະຖົມມະລຶກໄດ້ ເປັນເອກະສັນຮັບຮອງເອົາ ທ່ານ ວົງເພັດ ກຽນສິງຮັກ ຄະນະປະຈຳພັກແຂວງ ເປັນປະທານແນວລາວ ສ້າງຊາດແຂວງ, ຮັບຮອງເອົາຮອງປະທານ 3 ທ່ານ; ຄະນະປະຈຳ 7 ທ່ານ ຍິງ 2 ທ່ານ, ຄະນະກວດ ກາ 3 ທ່ານ ແລະ ຄະນະທີ່ປຶກສາ ຈຳນວນ 7 ທ່ານ;

ກອງປະຊຸມໄດ້ດຳເນີນເປັນເວລາໜຶ່ງວັນເຕັມ ແລະ ອັດລົງ ດ້ວຍຜົນສຳເລັດອັນຈົບງາມ.

info@lfnd.org.la | 021 213754 | (856-21) 453191