ສູນກາງແນວລາວສ້າງຊາດ

Lao Front For National Development

ຜົນສໍາເລັດກອງປະຊຸມວຽກງານໂຄສະນາ-ອົບຮົມ ທົ່ວປະເທດ ປີ 2018-2019

ກອງປະຊຸມສະຫຼຸບຕີລາຄາວຽກງານໂຄສະນາ-ອົບຮົມ ທົ່ວປະເທດ ປີ 2018-2019 ໄດ້ໄຂຂຶ້ນໃນລະຫວ່າງ ວັນທີ 12-13 ກຸມພາ 2020 ນີ້, ທີ່ສະໂມສອນ ຄະນະໂຄສະນາ-ອົບຮົມ ສູນກາງພັກ ໃຫ້ກຽດເປັນປະທານກອງປະຊຸມໂດຍສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາ-ອົບຮົມ ສູນກາງພັກ, ມີບັນດາສະຫາຍຄະນະພັກກະຊວງ-ອົງການ, ແຂວງ, ນະຄອນຫຼວງ ແລະ ຕາງໜ້າຂະແໜງໂຄສະນາຂອງທຸກພາກ ສ່ວນເຂົ້າຮ່ວມ.
ໃນວາລະກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງຮ່າງບົດສະຫຼຸບລວມຕີລາຄາວຽກງານໂຄສະນາ-ອົບຮົມ ປີ 2018-2019 ແລະ ທິດທາງ, ໜ້າທີ່ວຽກຈຸດສຸມປີ 2020 ຈາກສະຫາຍ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາ-ອົບຮົມ ສູນກາງພັກ ເຊິ່ງໄດ້ຍົກໃຫ້ເຫັນບັນດາປັດໄຈທີ່ສົ່ງຜົນໂດຍກົງຕໍ່ການຈັດຕັ້ງປະຕິບັດວຽກງານດັ່ງກ່າວນີ້ ໃນ 2 ປີຜ່ານມາ, ການຕີລາຄາດ້ານດີຜົນງານ, ຈຸດອ່ອນ-ຂໍ້ຄົງຄ້າງ, ສາເຫດຕ່າງໆ ແລະ ບົດຮຽນທີ່ຖອດຖອນໄດ້ໃນ 9 ວຽກ.
ສະຫາຍ ຈັນທະວົງ ແສນອາມາດມົນຕີ ຄະນະພັກ, ຮອງປະທານສູນກາງແນວລາວສ້າງຊາດ ຕາງໜ້າຄະນະພັກສູນກາງແນວລາວສ້າງຊາດ ຂຶ້ນປະກອບຄໍາເຫັນໃນຫົວຂໍ້ “ການສຶກສາອົບຮົມມູນເຊື້ອຄວາມສາມັກຄີປອງດອງລະຫວ່າງປະຊາຊົນລາວບັນດາເຜົ່າ, ຊັ້ນຄົນຕ່າງໆໃນການປະຕິບັດແນວທາງນະໂຍບາຍຂອງພັກ-ລັດ” ເຊິ່ງໄດ້ຍົກໃຫ້ເຫັນສະພາບລວມໄລຍະ 2 ປີ ຜ່ານມາ, ດ້ານດີ-ຜົນສໍາເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງ, ໜ້າທີ່ວຽກງານໂຄສະນາ-ອົບຮົມ (ວຽກງານເມືອງ-ແນວຄິດ) ຂອງແນວລາວສ້າງຊາດໃນປີ 2020.
ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້, ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະໂຄສະນາ-ອົບຮົມ ສູນກາງພັກທີ່ເວລາໃດກໍ່ໄດ້ເອົາໃຈໃສ່ໂຄສະນາ-ອົບຮົມ ແລະ ເປັນກະບອກສຽງໂຄສະນາແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ນອກຈາກນີ້, ທ່ານຍັງໄດ້ເນັ້ນໃຫ້ຮູ້ວ່າ:
1). ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມ ແຕ່ລະຂັ້ນ ຕ້ອງປິ່ນອ້ອມສ້າງການ ຫັນປ່ຽນອັນແຂງແຮງ, ເລິກເຊິ່ງ, ຮອບດ້ານ, ໂດຍສະເພາະ ແມ່ນໃນດ້ານຈິນຕະນາການ (ຜ່ານມາ ພວກເຮົາກໍເວົ້າເຖິງ 4 ບຸກທະລຸ.. ແຕ່ຕົວຈິງ ຍັງບໍ່ທັນມີການຫັນປ່ຽນພໍເທົ່າໃດ). ຖ້າບໍ່ມີຄວາມ ຮັບຮູ້ເຂົ້າໃຈ ຫຼືຕື່ນຕົວແທ້ ບັນຫາທີ່ຕັ້ງຂຶ້ນໃນກອງປະຊຸມໃຫຍ່ 3 ຂັ້ນ ກໍຄືກອງປະຊຸມໃຫຍ່ຄັ້ງທີ 11 ບໍ່ວ່າຈະເປັນເນື້ອໃນ, ບຸກຄະລາກອນ, ແຜນພັດທະນາ ກໍຍາກຈະບັນລຸໄດ້.
2). ຕ້ອງສູມໃສ່ໂຄສະນາ, ສຶກສາອົບຮົມຕ້ານ, ຕີຖອຍບັນດາປະກົດການຫຍໍ້ທໍ້ ຢູ່ພາຍໃນ ພັກ ແລະ ໃນສັງຄົມ, ຕິດພັນກັບການສ້າງສະຕິເຄົາລົບ, ປະຕິບັດລັດຖະທໍາມະນູນ, ກົດຫມາຍ ແລະ ກົດລະບຽບພັກ.
3). ຄະນະໂຄສະນາອົບຮົມສູນກາງ ຮ່ວມກັບພາກສ່ວນອື່ນໆ ຄົ້ນຄວ້າທິດສະດີ ແລະ ພຶດ ຕິກໍາ ຂອງພັກ, ຄົ້ນຄວ້າປະຫວັດ ການເຄື່ອນໄຫວ ຂອງບັນດາທ່ານຜູ້ນໍາ, ພ້ອມທັງເອົາໃຈໃສ່ ເຜີຍແຜ່ອອກສູ່ສັງຄົມ ໃຫ້ກວ້າງຂວາງ.
4). ປັບປຸງລະບົບກົງຈັກການຈັດຕັ້ງ ຂອງຄະນະໂຄສະນາອົບຮົມ ແຕ່ສູນກາງລົງເຖິງ ທ້ອງຖິ່ນ ໃຫ້ມີຄວາມຫນັກແຫນ້ນ, ເຂັ້ມແຂງ ສົມຄູ່ກັບພາລະບົດບາດ ແລະ ຄວາມສໍາຄັນ ຂອງ ວຽກງານນີ້.
5). ປັບປຸງລະບົບກົນໄກປະສານງານ ລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ກັບ ຄະນະພັກຂອງກະຊວງ-ອົງການຕ່າງໆ ຢູ່ສູນກາງ ແລະ ກັບຄະນະພັກ ກໍຄື ຄະນະໂຄສະນາອົບຮົມ ຂັ້ນທ້ອງຖິ່ນ ໃຫ້ກົມກຽວ ແລະ ວ່ອງໄວ ເພື່ອກໍາສະພາບການຫັນປ່ຽນ ຂອງສະພາບການ ແລະ ດ້ານແນວຄິດຈິດຕະສາດ ຂອງພະນັກງານ, ສະມາຊິກພັກ ກໍຄື ຂອງສັງຄົມ, ເອກະພາບດ້ານ ການເຄື່ອນໄຫວໂຄສະນາອົບຮົມ ແຕ່ເທິງລົງລຸ່ມ.

info@lfnd.org.la | 021 213754 | (856-21) 453191