ສູນກາງແນວລາວສ້າງຊາດ

Lao Front For National Development

ຜ່ານບົດລາຍງານການເຄືີອນໄຫວ ຂອງຄະນະກໍາມະການສູນກາງແນວລາວສ້າງຊາດຄັ້ງທີ4

ທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ,ຮອງປະທານສູນກາງແນວລາວສ້າງຊາດ ເປັນກຽດຜ່ານບົດລາຍງານການເຄືີອນໄຫວ ຂອງຄະນະກໍາມະການສູນກາງແນວລາວສ້າງຊາດຄັ້ງທີ4 ຕໍ່ກອງປະຊຸມສາມັນຄົບຄະນະກຊາມະການສູນກາງແນວລາວສ້າງຊາດຄັ້ງທີ5 ສະໄຫມທີ x ເຊີ່ງ ທ່ານໄດ້ຍົກບາງຕອນມໃຫ້ຮູ້ວ່າ ໃນໄລຍະ1ປີ ທີ່ຜ່ານມາ ຄະນະກໍາມະການສູນກາງແນວລາວສ້າງຊາດ ທັງພາຍໃນ ແລະ ຕ່າງປະເທດ ໄດ້ເອົາໃຈໃສ່ ສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວພະນັກງານ, ສະມາຊິກພັກຕະຫລອດຮອດປະຊາຊົນລາວບັນດາເຜົ່າ ເຊື່ອມຊຶມ,ກໍາແຫນ້ນ ແນວທາງປ່ຽນແປງໃຫມ່ຂອງພັກ-ລະບຽບກົດ ຫມາຍ ຂອງລັດ ,ເພື່ອປະກອບສ່ວນຢ່າງຕັ້ງຫນ້າເຂົ້າຮ່ວມໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຍາມໃດຄະນະກໍາມະການແນວລາວສ້າງຊາດແຕ່ລະຂັ້ນ ນັບແຕ່ສູນກາງຮອດທ້ອງຖິ່ນໄດ້ເຊີດຊູຄວາມຮັບຜິດຊອບສູງຕໍ່ຫນ້າທີການເມືອງຂອງຕົນ,ສົ່ງເສີມປະຊາຊົນລາວບັນດາເຜົ່າເຂົ້າຮ່ວມຂະບວນການຕ່າງໆ ຂອງຊາດ ເປັນຕົ້ນແມ່ນຂະບວນການສ້າງຄອບຄົວ ແລະບ້ານສາມັກຄີປອງດອງຕິດພັນກັບການແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າເພື່ອແນໃສ່ແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນນັບມື້ດີຂື້ນເທື່ອລະກ້າວ.

info@lfnd.org.la | 021 213754 | (856-21) 453191