ສູນກາງແນວລາວສ້າງຊາດ

Lao Front For National Development

ພິທິ ມອບ-ຮັບ ປື້ມທໍາມະນູນ

ໃນວັນທີ 15 ຕຸລາ 2020 ນີ້, ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທີມອບ-ຮັບປື້ມທໍາມະນູນ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວສາສະໜາ ຄຣິສຕຽນຂອງສູນລວມຄຣິສຕະຈັກຂ່າວປະເສີດ ສປປ ລາວ ຈໍານວນ 503 ເຫຼັ້ມ ໃຫ້ແກ່ກົມສາສະໜາ ຂອງສູນກາງແນວລາວສ້າງຊາດ ນໍາໄປມອບຕໍ່ໃຫ້ແນວລາວສ້າງຊາດບັນດາເມືອງໃນທົ່ວປະເທດ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງສອດຄ່ອງກັບ ທໍາມະນູນ ແລະ ລະບຽບກົດໝາຍ ຂອງ ສປປ ລາວ ໂດຍການກ່າວມອບຂອງທ່ານ ສຈ. ແສງດາວ ສົມພູນຸດ ຮອງປະທານສູນລວມຄຣິສຕະຈັກຂ່າວປະເສີດ ສປປ ລາວ, ກ່າວຮັບໂດຍທ່ານ ບຸນທະວີ ພອນທະສິນ ຮອງຫົວໜ້າກົມສາສະໜາ ສນຊ, ມີພະນັກງານທັງສອງຝ່າຍເຂົ້າຮ່ວມ.

ພ້ອມກັນນີ້, ທ່ານຮອງຫົວໜ້າກົມສາສະໜາໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ສູນລວມຄຣິສຕະຈັກຂ່າວປະເສີດ ທີ່ໄດ້ເອົາປື້ມຈໍານວນດັ່ງກ່າວມາມອບໃຫ້ແກ່ແນວລາວສ້າງຊາດ ເພື່ອເປັນຂໍ້ມູນໃນການຈັດຕັ້ງປະຕິບັດ ວຽກງານສາສະໜາ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະເອົາປື້ມຈໍານວນດັ່ງກ່າວໄປມອບຕໍ່ໃຫ້ແນວລາວສ້າງຊາດແຕ່ລະເມືອງ.

 

info@lfnd.org.la | 021 213754 | (856-21) 453191