ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີຊາປະນະກິດສົບ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ຈັດຂຶ້ນຢ່າງສົມກຽດ

ພິທີຊາປະນະກິດສົບ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ຈັດຂຶ້ນຢ່າງສົມກຽດ

ເຕັມໄປດ້ວຍບັນຍາກາດແຫ່ງຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນຢ່າງສຸດຊຶ້ງ

ຂປລ. ຄະນະບໍລິຫານງານສູນກາງພັກສູງພັກ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດ, ຄອບຄົວແກ້ວບຸນພັນ ພ້ອມປວງຊົນລາວ ຈຳນວນຫລວງຫລາຍ ໄດ້ພ້ອມກັນເຂົ້າຮ່ວມພິທີຊາປະນະກິດສົບ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ເຊິ່ງເປັນຜູ້ໜຶ່ງທີ່ອົງອາດກ້າແກ່ນໃນບັນດາການນໍາຮຸ່ນທໍາອິດທີ່ກໍ່ຕັ້ງພັກ ແລະ ກອງທັບປະຊາຊົນລາວ.

ພິທີຊາປະນະກິດສົບ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 16 ພຶດສະພາ 2020 ທີ່ເດີ່ນພະທາດຫລວງ ຢ່າງເປັນທາງການ ແລະ ຢ່າງສົມກຽດ ໃນທ່າມກາງບັນ ຍາກາດແຫ່ງຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປໂດຍບໍ່ມີວັນກັບຄືນມາ.

ເຂົ້າຮ່ວມພິທີຊາປະນະກິດສົບ ມີ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກ, ສະມາຊິກສະພາແຫ່ງຊາດ, ສະມາ ຊິກລັດຖະບານ, ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຕາງໜ້າທູຕານຸທູດຕ່າງປະເທດປະຈໍາລາວ, ຕາງໜ້າອົງການຈັດຕັ້ງສາກົນ ພ້ອມດ້ວຍປວງຊົນລາວ ເພື່ອຮ່ວມກັນຈາລຶກເຖິງຄຸນງາມຄວາມດີຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ທີ່ໄດ້ອຸທິດແກ່ປະເທດຊາດ ແລະ ການປະຕິວັດ.

ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວໄວ້ອາໄລເຖິງດວງວິນຍານຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດກຳມະການສູນກາງພັກ ສະໄໝທີ I, II, III, IV, V, VI, VII, VIII, ອະດີດເລຂາທິການສູນກາງພັກ ສະໄໝທີ III, IV, ອະດີດກໍາມະການກົມການເມືອງສູນກາງພັກ ສະໄໝທີ IV, VI, VII, VIII, ອະດີດນາຍົກລັດຖະມົນຕີ, ອະດີດຮອງປະທານປະເທດ, ອະດີດປະທານສູນກາງແນວລາວສ້າງຊາດ, ອະດີດຫົວໜ້າເສນາທິການສູງສຸດກອງທັບປົດປ່ອຍປະຊາຊົນລາວ, ອະດີດລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ອະດີດລັັດຖະມົນຕີກະຊວງພາຍໃນ-ນັກຮົບເກົ່າ ແລະ ສັງຄົມ, ອະດີດເລ ຂາຄະນະພັກ, ປະທານຄະນະກໍາມະການປົກຄອງກໍາແພງນະຄອນວຽງຈັນ, ອະດີດລັດຖະມົນຕີກະຊວງກະ ສິກໍາ ແລະ ປ່າໄມ້ ແລະ ອະດີດປະທານຄະນະຂົນຂວາຍສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ. ພວກເຮົາ ມາເຕົ້າໂຮມກັນຢູ່ທີ່ນີ້ ເພື່ອໄວ້ອາໄລ ແລະ ອໍາລາ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ເປັນຄັ້ງສຸດທ້າຍ.

ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ເກີດເມື່ອວັນທີ 1 ພຶດສະພາ ປີ 1928 ໃນຄອບຄົວຊາວນາທຸກຍາກ ທີ່ບ້ານຫ້ວຍກະລຶນ, ຕາແສງເມືອງປົວ, ເມືອງວຽງໄຊ, ແຂວງຫົວພັນ, ເປັນບຸດຂອງ ທ່ານ ແກ້ວບຸນຊູ ແລະ ນາງ ປ້ານ ມີເອື້ອຍນ້ອງຮ່ວມອຸທອນດຽວກັນ 3 ຄົນ, ຍິງ 1 ຄົນ. ສະຫາຍໄດ້ສ້າງຄອບຄົວກັບ ນາງ ຫລ້າ ແກ້ວບຸນພັນ ມີລູກນຳກັນ 4 ຄົນ, ເປັນຍິງທັງໝົດ, ປັດຈຸບັນຢູ່ບ້ານໜອງບອນ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ.

ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ເປັນລູກກຳພອຍ ພໍ່ແມ່ເສຍຊີວິດ ແຕ່ເພິ່ນຍັງນ້ອຍ. ຍ້ອນຄວາມທຸກຍາກຂາດເຂີນ ເພິ່ນຈຶ່ງໄດ້ຊອກທຸກວິທີຫາລ້ຽງຄອບຄົວ ເພື່ອມີຊີວິດຢູ່ລອດ. ໃນຊີວິດເຍົາໄວຂອງເພິ່ນ ກໍຄືປະຊາຊົນລາວບັນດາເຜົ່າ ຢູ່ໃນສະພາບແວດລ້ອມທີ່ປະເທດຊາດຕົກຢູ່ໃຕ້ການປົກຄອງອັນໂຫດຮ້າຍປ່າເຖື່ອນຂອງຈັກກະພັດລ່າເມືອງຂຶ້ນ ແລະ ພວກລູກແຫລ້ງຕີນມື ເຮັດໃຫ້ເພິ່ນເກີດມີຄວາມຕື່ນຕົວຮັກຊາດ, ມີຄວາມຄຽດແຄ້ນຕໍ່ພວກຮຸກຮານ ພ້ອມທັງເກີດມີຄວາມຄິດສະແຫວງຫາອິດສະຫລະພາບ ແລະ ຄວາມເປັນທຳ ຈຶ່ງກາຍເປັນຜູ້ທີ່ມີຄວາມຕື່ນຕົວເຂົ້າຮ່ວມຂະບວນການຕໍ່ສູ້ຂອງປະຊາຊົນຕັ້ງແຕ່ຍັງເຍົາໄວ, ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ຈຶ່ງໄດ້ຕັດສິນໃຈເຂົ້າຮ່ວມການປະຕິວັດເລີ່ມແຕ່ວັນທີ 15/04/1947, ເຂົ້າເປັນທະຫານລາວອິດສະຫລະ ເລີ່ມແຕ່ກາງປີ 1947 ເຊິ່ງເວລານັ້ນມີອາຍຸພຽງ 19 ປີ. ຜ່ານຂະບວນການເຄື່ອນໄຫວປະຕິວັດຢ່າງຫ້າວຫັນຟົດຟື້ນ, ເດັດດ່ຽວ ແລະ ກ້າຫານ, ສະຫາຍ ໄດ້ຖືກຮັບເຂົ້າເປັນສະມາຊິກພັກກອມມູນິດອິນດູຈີນ ວັນທີ 01/05/1950.

ການເຄື່ອນໄຫວປະຕິວັດທີ່ສຳຄັນຂອງສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ແຕ່ລະໄລຍະ ມີດັ່ງນີ້:

– ປີ 1947-1948 ເປັນນັກຮົບສັງກັດກອງຮ້ອຍໂຄສະນາປະກອບອາວຸດຕະລຸມບອນປະຈຳພາກ ເໜືອ.

– ປີ 1948-1949 ເປັນພະນັກງານຂົນຂວາຍກໍ່ສ້າງພື້ນຖານລັບ ຢູ່ ສັນກາງລຽບນໍ້າມ່າ ເພື່ອສ້າງຖານທີ່ໝັ້ນ ຢູ່ພາກເໝືອຂອງລາວ.

– ປີ 1949-1952 ຖືກແຕ່ງຕັ້ງເປັນຫົວໜ້າການເມືອງກອງຮ້ອຍລາດຊະວົງ, ເດືອນ ສິງຫາ 1950 ເປັນຕົວແທນກອງຮ້ອຍລາດຊະວົງ ເຂົ້າຮ່ວມກອງປະຊຸມໃຫຍ່ແນວລາວຕໍ່ຕ້ານທົ່ວປະເທດ.

– ປີ 1952-1954 ຖືກແຕ່ງຕັ້ງເປັນຫົວໜ້າການທະຫານກອງຮ້ອຍລາດຊະວົງ ທັງເປັນຮອງກອງ ພັນປະສົມ ລາວ-ຫວຽດນາມ ຂຶ້ນຕີປົດປ່ອຍເມືອງຮ້ຽມ, ປາກລາວ, ບ້ານແສ້, ເມືອງຊ່ອນ ເປີດກວ້າງເຂດທີ່ໝັ້ນ ຢູ່ພາກເໜືອຂອງລາວ.

– ປີ 1953 ນຳພາກອງຮ້ອຍລາດຊະວົງ ສົມທົບກັບທະຫານອາສາສະໝັກຫວຽດນາມ ຕີປົດປ່ອຍແຂວງຫົວພັນ ເທື່ອທຳອິດ.

– ປີ 1954-1955 ເປັນກຳມະການຄະນະຢຸດຍິງທົ່ວປະເທດ ລະຫວ່າງສາມຊາດອິນດູຈີນ ກັບ ຝຣັ່ງ.

– ວັນທີ 22 ມີນາ1955 ສະຫາຍໄດ້ເຂົ້າຮ່ວມກອງປະຊຸມ ສ້າງຕັ້ງພັກປະຊາຊົນລາວ, ສະຫາຍໄດ້ຮັບການເລືອກຕັ້ງເປັນ ກຳມະການຄະນະບໍລິຫານງານສູນກາງພັກປະຊາຊົນລາວ ສະໄໝທຳອິດ, ໃນປີດຽວກັນນັ້ນ ຖືກເລືອກຕັ້ງເຂົ້າເປັນກຳມະການຄະນະພັກການທະຫານ, ທັງຖືກແຕ່ງຕັ້ງເປັນຮອງເສນາທິການກອງທັບປົດປ່ອຍປະຊາຊົນລາວ.

– ປີ 1956-1960 ຖືກແຕ່ງຕັ້ງເປັນເລຂາຄະນະພັກ, ເປັນຜູ້ບັນຊາການທະຫານເຂດເຕົ້າໂຮມຊຳ ເໜືອ, ຊີ້ນຳການເລືອກຕັ້ງຜູ້ແທນລາດສະດອນຂອງຝ່າຍປະຕິວັດ ແລະ ເປັນຜູ້ບັນຊາການບັ້ນຮົບປົດປ່ອຍ ແຂວງຫົວພັນ ເທື່ອທີ 2 ແລະ ບັນຊາບັ້ນຮົບປົດປ່ອຍທົ່ງໄຫຫີນ ແຂວງຊຽງຂວາງ.

– ວັນທີ 16 ພຶດສະພາ 1962 ເປັນຜູ້ບັນຊາບັ້ນຮົບປົດປ່ອຍຫລວງນໍ້າທາ ໄດ້ຮັບໄຊຊະນະ ຊຶ່ງເຮັດໃຫ້ຈັກກະພັດ ແລະ ລູກມື ຈຳຕ້ອງຍອມເຊັນສັນຍາເຊີແນວກ່ຽວກັບລາວ ໃນວັນທີ 23 ກໍລະກົດ 1962 ຮັບຮູ້ຄວາມເປັນເອກະລາດ, ເປັນກາງ ເອກະພາບ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ, ຮັບຮູ້ລັດຖະບານປະສົມແຫ່ງຊາດ ທີ່ໄດ້ສ້າງຕັ້ງ ໃນວັນທີ 21 ມິຖຸນາ 1962 ຕາມການຕົກລົງຂອງກອງປະຊຸມສາມຝ່າຍ (ທີ່ເອີ້ນກັນວ່າ ການພົບປະ 3 ສະເດັດ) ທີ່ບ້ານນາມອນ.

– ປີ 1972 ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ II ຂອງພັກປະຊາຊົນລາວ, ສະຫາຍ ຖືກເລືອກຕັ້ງເປັນ ກຳມະການຄະນະບໍລິຫານງານສູນກາງພັກ ແລະ ຖືກແຕ່ງຕັ້ງເປັນປະທານຄະນະຂົນ ຂວາຍສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ.

– ປີ 1975 ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ, ໄດ້ຖືກແຕ່ງຕັ້ງເປັນລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແລະ ຕຳແໜ່ງໃນກອງທັບ ຍັງສືບຕໍ່ເປັນຫົວໜ້າເສນາທິການສູງສຸດກອງທັບປົດປ່ອຍປະຊາຊົນລາວ.

– ປີ 1976-1980 ຖືກແຕ່ງຕັ້ງເປັນຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ແລະ ສືບຕໍ່ເປັນລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ.

– ປີ 1980 ສູນກາງພັກ-ລັດຖະບານ ໄດ້ຕົກລົງປະດັບຊັ້ນພົນເອກໃຫ້ແກ່ສະຫາຍ ແລະ ຖືກແຕ່ງຕັ້ງເປັນເລຂາຄະນະພັກແຂວງກໍາແພງນະຄອນວຽງຈັນ.

– ປີ 1981-1985 ເປັນລັດຖະມົນຕີກະຊວງພາຍໃນ-ນັກຮົບເກົ່າ ແລະ ສັງຄົມ (ກະຊວງປ້ອງກັນຄວາມສະຫງົບໃນປະຈຸບັນ).

– ປີ 1982 ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ III ຂອງພັກປະຊາຊົນປະຕິວັດລາວ, ສະຫາຍຖືກເລືອກຕັ້ງເປັນ ກຳມະການຄະນະບໍລິຫານງານສູນກາງພັກ, ເປັນເລຂາທິການສູນກາງພັກ.

– ປີ 1983-1984 ຖືກມອບໝາຍໃຫ້ໄປຮຽນທິດສະດີການເມືອງຊັ້ນສູງ ທີ່ນະຄອນຮ່າໂນ້ຍ ສສ. ຫວຽດນາມ.

– ປີ 1985 ຖືກແຕ່ງຕັ້ງເປັນເລຂາຄະນະພັກ, ປະທານຄະນະກຳມະການປົກຄອງກຳແພງນະຄອນວຽງຈັັນ.

– ປີ 1986 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ IV ຂອງພັກປະຊາຊົນປະຕິວັດລາວ, ສະ ຫາຍໄດ້ຖືກເລືອກຕັ້ງເປັນ ກຳມະການຄະນະບໍລິຫານງານສູນກາງພັກ ທັງຖືກເລືອກຕັ້ງເປັນກຳມະການກົມການເມືອງ ແລະ ເລຂາທິການສູນກາງພັກ ແລະ ສືບຕໍ່ເປັນເລຂາຄະນະພັກ, ປະທານຄະນະກຳມະການປົກຄອງກຳແພງນະຄອນວຽງຈັນ.

– ປີ 1987-1988 ຖືກແຕ່ງຕັ້ງເປັນຫົວໜ້າຄະນະເຈລະຈາ ບັນຫາຊາຍແດນ ລາວ-ໄທ.

– ປີ 1991 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ V ຂອງພັກປະຊາຊົນປະຕິວັດລາວ, ສະຫາຍ ໄດ້ຖືກເລືອກຕັ້ງເປັນ ກຳມະການຄະນະບໍລິຫານງານສູນກາງພັກ ແລະ ຖືກແຕ່ງຕັ້ງເປັນລັດຖະມົນຕີ ກະ ຊວງກະສິກໍາ ແລະ ປ່າໄມ້.

– ປີ 1996 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VI ຂອງພັກປະຊາຊົນປະຕິວັດລາວ, ສະຫາຍ ໄດ້ຖືກເລືອກຕັ້ງເປັນກຳມະການຄະນະບໍລິຫານງານສູນກາງພັກ, ທັງຖືກເລືອກຕັ້ງເປັນກໍາມະການກົມການເມືອງສູນກາງພັກ.

– ປີ 1996-1998 ຖືກເລືອກຕັ້ງເປັນຮອງປະທານປະເທດ ທັງເປັນສະມາຊິກສະພາແຫ່ງຊາດ ຊຸດທີ 4 ປະຈໍາເຂດເລືອກຕັ້ງ ທີ I, ນະຄອນຫລວງວຽງຈັນ.

– ປີ 1998-2001 ຖືກເລືອກຕັ້ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

– ປີ 2002-2010 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, VIII ຂອງພັກປະຊາຊົນປະຕິວັດລາວ, ສະຫາຍ ໄດ້ຖືກເລືອກຕັ້ງເປັນກຳມະການສູນກາງພັກ, ທັງຖືກເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ ແລະ ຖືກເລືອກຕັ້ງເປັນປະທານສູນກາງແນວລາວສ້າງຊາດ.

– ປີ 2011 ອີງໃສ່ສຸຂະພາບ, ອາຍຸກະສຽນ ແລະ ຄວາມມຸ່ງມາດປາດຖະໜາຂອງສະຫາຍເອງ, ສະຫາຍ ຈຶ່ງໄດ້ຮັບການເຫັນດີໃຫ້ພັກຜ່ອນ ຕາມນະໂຍບາຍຂອງພັກ ແລະ ລັດ.

ພາຍຫລັງໄດ້ຮັບນະໂຍບາຍໃຫ້ພັກຜ່ອນແລ້ວ, ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ກໍຍັງມີຄວາມເປັນຫວ່ງເປັນໃຍ ຍັງໄດ້ປະກອບສ່ວນລົງຊີ້ນຳ, ຕິດຕາມ, ຊຸກຍູ້ວຽກງານຕ່າງໆ ຢູ່ບັນດາຂະແໜງ ການ ແລະ ທ້ອງຖິ່ນ ເທົ່າທີ່ເພິ່ນມີເວລາ ແລະ ເງື່ອນໄຂອຳນວຍໃຫ້.

ຕະຫລອດໄລຍະການເຄື່ອນໄຫວປະຕິວັດ ຈະແມ່ນໃນສະໄໝຕໍ່ສູ້ກູ້ຊາດຕ້ານຜູ້ຮຸກຮານ ເພື່ອກອບກູ້ປະເທດຊາດ ແລະ ໃນໄລຍະປົກປັກຮັກສາພັດທະນາປະເທດຊາດ, ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ໄດ້ຖືກມອບໝາຍໃຫ້ຮັບຜິດຊອບເປັນການນຳ ໃນຫລາຍຂົງເຂດວຽກງານທີ່ສຳຄັນ ເປັນຕົ້ນ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ວຽກງານແນວໂຮມ ແລະ ວຽກງານອົງການມະຫາຊົນ, ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເຊິ່ງວຽກດັ່ງກ່າວລ້ວນແຕ່ເປັນວຽກງານຍຸດທະສາດສຳຄັນຂອງພັກ-ລັດ, ເປັນວຽກທີ່ໜັກໜ່ວງ, ຫຍຸ້ງຍາກ ແລະ ທ້າທາຍ, ແຕ່ສະຫາຍ ກໍມີຄວາມເດັດດ່ຽວໜຽວແໜ້ນ, ອົດທົນຜ່ານຜ່າ, ມີຫົວຄິດປະດິດສ້າງ ແລະ ຄວາມສາມາດໃນການຊີ້ນຳ-ນຳພາ ແລະ ຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ເຊິ່ງໃນແຕ່ລະໄລຍະ ໄດ້ມີຜົນສຳເລັດເປັນກ້າວໆມາ ທັງໄດ້ຮັບຄວາມຍ້ອງຍໍຊົມເຊີຍ ຈາກພາຍໃນ ແລະ ເພື່ອນມິດສາກົນ ເປັນຢ່າງດີ.

ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ແມ່ນໜຶ່ງໃນຜູ້ນຳຮຸ່ນທຳອິດຂອງພັກ, ລັດ ແລະ ກອງທັບເຮົາ ທີ່ໄດ້ອຸທິດຊີວິດຂອງຕົນຕິດພັນກັບການຕໍ່ສູ້ກູ້ຊາດ ຕ້ານການຮຸກຮານຂອງຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່. ສະຫາຍ ແມ່ນນັກຮົບປະຕິວັດຜູ້ອົງອາດກ້າແກ່ນ, ມີນໍ້າໃຈເສຍສະຫລະອັນສູງສົ່ງ, ສະຫາຍ ແມ່ນນາຍທະຫານນຳພາ-ບັນຊາທີ່ອົງອາດກ້າຫານ, ມີໄຫວພິບຄ່ອງແຄ້ວໃນການສູ້ຮົບ ທັງເປັນຜູ້ເດັດຂາດບໍ່ຍອມຈຳນົນ ຕໍ່ການຂົ່ມຂູ່-ຊື້ຈ້າງຈອບອອຍຂອງສັດຕູ, ເປັນຜູ້ທີ່ຊີ້ນໍາ-ບັນຊາໂດຍກົງໃນຫລາຍ ບັັ້ນຮົບທີ່ດຸເດືອດ, ຂ້ຽວຂາດ, ສ່ຽງເປັນສ່ຽງຕາຍ, ສະຫາຍ ຍັງເປັນນັກການທູດທີ່ຄ່ອງແຄ້ວ ແລະ ມີໄຫວພິບ ໃນຖານະທີ່ເປັນພະນັກງານການນໍາຂັ້ນຍຸດທະສາດຂອງພັກ-ລັດ, ສະຫາຍເປັນຜູ້ໜຶ່ງ ທີ່ຕັ້ງໜ້າປະ ກອບສ່ວນເຂົ້າໃນການປັບປຸງບູລະນະແນວທາງແຜນນະໂຍບາຍຂອງພັກ ແລະ ລັດເຮົາ.

ຕະຫລອດໄລຍະແຫ່ງການເຄື່ອນໄຫວປະຕິວັດ ແລະ ໄດ້ຖືກມອບໝາຍຮັບຜິດຊອບດຳລົງຕຳແໜ່ງຕ່າງໆທີ່ສຳຄັນນັ້ນ, ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ໄດ້ສະແດງອອກແຈ້ງທາດແທ້ຂອງນັກປະຕິວັດທີ່ແທ້ຈິງ, ສະຫາຍ ເປັນນັກປະຕິວັດອາວຸໂສທີ່ດີເດັ່ນຂອງພັກ ແລະ ລັດເຮົາ, ແມ່ນພະນັກງານການນຳທີ່ຍຶດໝັ້ນຢ່າງໜັກແໜ້ນ ໃນອຸດົມການປະຕິວັດອັນສູງສົ່ງ, ໄດ້ອຸທິດເຫື່ອແຮງ, ສະຕິປັນຍາຂອງຕົນເຂົ້າໃນພາລະກິດປົດປ່ອຍຊາດ, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອຄວາມຢູ່ດີກິນດີຂອງປະຊາຊົນລາວບັນດາເຜົ່າ, ມີແບບແຜນນຳພາທີ່ດີ, ປະຕິບັດຫລັກການລວມສູນປະຊາທິປະໄຕ, ມີລະບຽບວິໃນເຂັ້ມງວດ, ເຄົາລົບນັບຖືໝູ່ຄະນະ ແລະ ການຈັດຕັ້ງ, ມີຄວາມສາມັກຄີເປັນເອກະພາບ ພາຍໃນພັກ, ຍຶດໝັ້ນໃນແນວທາງມະຫາຊົນ ແລະ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ຢ່າງສະເໝີຕົ້ນສະເໝີປາຍ. ສະຫາຍ ແມ່ນຜູ້ໜຶ່ງທີ່ໄດ້ອອກແຮງເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານກັບປະເທດອ້າຍນ້ອງ ເພື່ອນມິດຍຸດທະສາດ ແລະ ເພື່ອນມິດສາກົນ.

ສະຫາຍ ເປັນພະນັກງານການນຳຂັ້ນຍຸດທະສາດຂອງພັກ ແລະ ລັດ ທີ່ມີແບບແຜນດຳລົງຊີວິດທີ່ລຽບງ່າຍ, ເປັນຄົນທ່ຽງທຳ, ມີມານະຈິດປະຕິວັດໜຽວແໜ້ນ, ມີຄວາມສັດຊື່ບໍລິສຸດ ຕໍ່ພັກຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນຕະຫລອດມາ, ບໍ່ໄດ້ສວຍໃຊ້ໜ້າທີ່ຕຳແໜ່ງຮຽກຮ້ອງຫາຜົນປະໂຫຍດສ່ວນຕົວ ນອກເໜືອຈາກນະໂຍບາຍລວມຂອງພັກ-ລັດ, ມີຈິດໃຈປອດໃສ, ປະຢັດມັດທະຍັດ, ມີຄວາມເອື້ອເຟື້ອເພື່ອແຜ່, ເອົາ ໃຈໃສ່ສຶກສາອົບຮົມພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນ. ສະຫາຍ ເປັນຜູ້ນຳທີ່ເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານ, ສະມາຊິກພັກ-ພະນັກງານການນຳແຕ່ລະຂັ້ນ ແລະ ເອົາໃຈໃສ່ເບິ່ງແຍງສຶກສາອົບຮົມຄອບຄົວ, ລູກຫລານ ໃຫ້ກາຍເປັນພະນັກງານທີ່ດີຂອງພັກ-ລັດ ແລະ ພົນລະເມືອງດີໃນສັງຄົມ. ສະຫາຍເປັນຜູ້ໜຶ່ງ ທີ່ມີຈິດໃຈປະຕິວັດບຸກ, ນັບແຕ່ເປັນນັກຮົບໃນກຳລັງປະກອບອາວຸດ ຈົນໄດ້ກ້າວຂຶ້ນເປັນພະນັກງານການນຳຂັ້ນຍຸດທະສາດຂອງພັກ-ລັດ.

ດ້ວຍຜົນງານ ແລະ ຄຸນງາມຄວາມດີທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຊຶ່ງຜົນງານດັ່ງກ່າວນັ້ນ ໄດ້ສະແດງອອກເຖິງຄຸນສົມບັດສິນທຳປະຕິວັດອັນຜ່ອງໃສ ແລະ ຄວາມຮັກເຊື້ອແພງຊາດ ແລະ ຄວາມເສຍສະຫລະເພື່ອປະ ໂຫຍດສ່ວນລວມ, ສະຫາຍ ຈຶ່ງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຄົາລົບຮັກ-ນັບຖືຈາກພະນັກງານນຳພາແຕ່ລະຂັ້ນ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນບັນດາເຜົ່າຢ່າງກວ້າງຂວາງ, ສະຫາຍຈຶ່ງໄດ້ຮັບການຍ້ອງຍໍຈາກພັກ-ລັດ ດັ່ງນີ້:

– ຫລຽນຄໍາແຫ່ງຊາດ ສປປ ລາວ, ຊຶ່ງເປັນນາມມະຍົດສູງສຸດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ 1 ຫລຽນ

– ຫລຽນໄຊ ອິດສະຫລະ ຊັ້ນ I 4 ຫລຽນ

– ຫລຽນໄຊ ອິດສະຫລະ ຊັ້ນ II 2 ຫລຽນ

– ຫລຽນໄຊ ປະຕິວັດຊະນະເລີດ ຊັ້ນ I 1 ຫລຽນ

– ຫລຽນໄຊ ພິລະອາດຫານ ຊັ້ນ I 1 ຫລຽນ

– ຫລຽນໄຊ ແຮງງານ ຊັ້ນ I 1 ຫລຽນ

– ຫລຽນໄຊ ແຮງງານ ຊັ້ນ II 1 ຫລຽນ

– ຫລຽນກາແຮງງານ 2 ຫລຽນ

– ຫລຽນກາຕໍ່ຕ້ານຝຣັ່ງ 1 ຫຽນ

– ຫລຽນກາຕໍ່ຕ້ານອາເມຣິກາ 1 ຫລຽນ

– ຫລຽນກາລະນຶກ 50, 60, 70 ປີ ຂອງກອງທັບປະຊາຊົນລາວ 3 ຫລຽນ

– ຫລຽນກາລະນຶກ 60 ປີ ວັນສ້າງຕັ້ງສູນກາງແນວລາວສ້າງຊາດ 1 ຫລຽນ

– ຫລຽນກາລະນຶກ 50 ປີ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ 1 ຫລຽນ ແລະ ຫລຽນກາລະນຶກອື່ນໆອີກ 5 ຫລຽນ.

ນອກຈາກໄດ້ຮັບການຍ້ອງຍໍຢູ່ພາຍໃນປະເທດແລ້ວ, ສະຫາຍ ຍັງໄດ້ຮັບການຍ້ອງຍໍຈາກປະເທດເພື່ອນມິດ ດັ່ງນີ້: ຫລຽນຄໍາແຫ່ງຊາດ ສສ ຫວຽດນາມ 1 ຫລຽນ, ຫລຽນໄຊ ໂຮຈີມິນ 1 ຫລຽນ, ຫລຽນຄຳແຫ່ງຊາດ ສາທາລະນະລັດ ກູບາ 1 ຫລຽນ, ຫລຽນໄຊແຮງງານ ສປປ ເກົາຫລີ 1 ຫລຽນ ແລະ ຫລຽນຄໍາ ຈາກອົງການອາຫານ ແລະ ການກະເສດ ສະຫະປະຊາຊາດ 1 ຫລຽນ ແລະ ຫລຽນຈາກບັນດາປະ ເທດອື່ນໆອີກ 11 ຫລຽນ.

ຕະຫລອດໄລຍະທີ່ສຸຂະພາບຮ່າງກາຍຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ຊຸດ ໂຊມ ແລະ ເຈັບປ່ວຍ, ການຈັດຕັ້ງພັກ-ລັດ ພ້ອມດ້ວຍຄອບຄົວ, ຍາດພີ່ນ້ອງ, ແພດໝໍ ທັງພາຍໃນ ແລະ ຕ່າງປະເທດ, ເພື່ອນມິດ ກໍໄດ້ເອົາໃຈໃສ່ເບິ່ງແຍງຢ່າງໃກ້ຊິດຈົນສຸດຄວາມສາມາດ ເພື່ອຊ່ວຍກອບກູ້ເອົາຊີວິດຂອງສະຫາຍ. ແຕ່ດ້ວຍຄວາມຊະລາຕາມອາຍຸສັງຂານ ພວກເຮົາ ຈຶ່ງບໍ່ສາມາດກອບກູ້ເອົາຊີວິດຂອງສະຫາຍໄວ້ໄດ້ ແລະ ສະຫາຍ ໄດ້ສິ້ນລົມຫາຍໃຈຈາກພວກເຮົາໄປໃນເວລາ 7 ໂມງ 9 ນາທີ ຂອງວັນທີ 12/05/2020 ລວມອາຍຸຂອງສະຫາຍໄດ້ 92 ປີ.

ການລ່ວງລັບໄປຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ, ເປັນການສູນເສຍພະນັກງານປະຕິວັດຜູ້ດີເດັ່ນ, ພະນັກງານການນຳຍຸດທະສາດຂອງພັກ-ລັດ ຊຶ່ງນຳເອົາຄວາມໂສກເສົ້າ, ເສຍໃຈ, ສຸດທີ່ອາໄລອາວອນອັນຫາອັນປຽບບໍ່ໄດ້ໃຫ້ແກ່ ພັກ-ລັດ, ກຳລັງປະກອບອາວຸດ, ປະຊາຊົນລາວບັນດາເຜົ່າ, ຄອບຄົວ, ຍາດພີ່ນ້ອງ, ເພື່ອນມິດຜູ້ຢູ່ໃກ້ ແລະ ໄກ.

ໃນທ່າມກາງແຫ່ງຄວາມໂສກເສົ້າເສຍດາຍ ຫາສິ່ງປຽບບໍ່ໄດ້ນີ້, ການຈັດຕັ້ງພັກ-ລັດ ກໍຄື ປະຊາຊົນລາວບັນດາເຜົ່າ ຂໍໃຫ້ຄຳໝັ້ນສັນຍາຕໍ່ດວງວິນຍານຂອງສະຫາຍວ່າ: ຈະສືບຕໍ່ປະຕິບັດພາລະກິດການປະຕິ ວັດ ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກ-ລັດ ແລະ ກຳລັງປະກອບອາວຸດ ກໍຄື ປະຊາຊົນບັນດາເຜົ່າ, ເດັດດ່ຽວປົກປັກຮັກສາໝາກຜົນຂອງ ການປະຕິວັດ ແລະ ສືບຕໍ່ນຳພາພັດທະນາປະເທດຊາດ ເຮັດໃຫ້ອຸດົມການຂອງພັກ ແລະ ຄວາມມຸ່ງຫວັງຂອງປະຊາຊົນທັງຊາດ ກໍຄືຂອງ ສະຫາຍເອງ ໃຫ້ປະກົດຜົນເປັນຈິງ, ພ້ອມນັ້ນ ກໍຈະເບິ່ງແຍງລູກ, ຫລານຂອງສະຫາຍ ຕາມນະໂຍບາຍຂອງພັກ-ລັດ ສືບຕໍ່ໄປ.

ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ທີ່ອາໄລຮັກ ໄດ້ຈາກພວກເຮົາໄປຢ່າງບໍ່ມີວັນຫວນກັບຄືນມາອີກແລ້ວ, ແຕ່ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ຂໍຈົດຈໍາຜົນງານ, ຄຸນງາມຄວາມດີຂອງສະຫາຍ ທີ່ໄດ້ອຸທິດໃຫ້ແກ່ພາລະກິດຂອງຊາດເຮົາ ຈົນຕະຫລອດຊີວິດຂອງສະຫາຍນັ້ນ ໄວ້ຢ່າງບໍ່ມີວັນຫລົງລືມ. ຊື່ສຽງ ແລະ ກຽດຕິຄຸນຂອງສະຫາຍ ແມ່ນໄດ້ຈາລຶກໄວ້ກັບໄລຍະປະຫວັດສາດຂອງການປະຕິ ວັດ ແລະ ຝັງແໜ້ນຢູ່ໃນຄວາມຊົງຈຳຂອງພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນລາວບັນດາ ເຜົ່າຕະຫລອດໄປ.

ຂໍໃຫ້ດວງວິນຍານຂອງສະຫາຍ ຈົ່ງໄປສູ່ສຸຄະຕິເຖີດ, ພວກເຮົາ ຂໍອຳລາສະຫາຍເປັນຄັ້ງສຸດທ້າຍ.

 

 

info@lfnd.org.la | 021 213754 | (856-21) 453191