ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີຖະແຫຼງຂ່າວຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ

ທ່ານນາງ​ຄໍາຈັນ​ ພົມແສງສະຫວັນ​ ຮອງປະທານ​ສູນກາງແນວລາວສ້າງຊາດ​ຕາງໜ້າຄະນະຮັບຜິດຊອບກະກຽມ ແລະດຳເນີນກອງປະຊຸມໃຫຍ່ ຖະແຫຼງຂ່າວຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ​ ເມື່ອຕອນເຊົ້າ ວັນທີ 26​ ພະຈິກ​ 2021​ນີ້ວ່າ:

ບັນດາທ່ານແຂກ ທີ່ມີກຽດ, ສື່ມວນຊົນຈາກພາກສ່ວນຕ່າງໆ ທີ່ຮັກແພງ

ຂ້າພະເຈົ້າຕາງຄະນະຮັບຜິດຊອບ ການກະກຽມກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ ມີຄວາມຍີນດີແຈ້ງມາຍັງພະນັກງານ-ລັດຖະກອນ, ການຈັດຕັ້ງສັງຄົມ ແລະ ປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ-ໄວໃນທົ່ວປະເທດຊາບວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ ໄດ້ດໍາເນີນ ເປັນເວລາ 2 ວັນ; ໃນວັນທີ 25 ແລະ ວັນທີ 26 ພະຈິກ 2021, ທີ່ນະຄອນຫຼວງວຽງຈັນ ໂດຍມີຜູ້ເຂົ້າຮ່ວມທັງຢູ່ຂັ້ນສູນກາງ ແລະ ເຂົ້າຮ່ວມກອງປະຊຸມທາງໄກ ລວມທັງໝົດ 584 ທ່ານ, ພຣະສົງ 16 ອົງ; ໃນນີ້ ມີຜູ້ແທນສົມບູນທັງໝົດ 352 ທ່ານ, ເພດຍິງ 53 ທ່ານ, ພຣະສົງ 16 ອົງ ພ້ອມດ້ວຍແຂກຖືກເຊີນຈາກອ້ອມຂ້າງສູນກາງ, ການນໍາຂອງແຂວງ, ອົງການຈັດຕັ້ງພາຄີ, ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານຂອງແນວລາວສ້າງຊາດ ເຂົ້າຮ່ວມຕິດຕາມການດໍາເນີນກອງປະຊຸມ.

ກອງປະຊຸມໃຫຍ່ຂອງແນວລາວສ້າງຊາດໃນຄັ້ງນີ້ ໄດ້ດໍາເນີນພາຍໃຕ້ຄໍາຂັວນ “ເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວລາວສ້າງຊາດ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດ, ເຕົ້າໂຮມກໍາລັງແຮງຂອງປະຊາຊົນທຸກຊັ້ນຄົນ, ປະກອບສ່ວນຢ່າງແຂງແຮງເຂົ້າໃນພາລະກິດປົກປັກຮັກສາ-ສ້າງສາປະເທດຊາດ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃຫ້ບັນລຸຜົນເປັນຈິງ”, ກອງປະຊຸມໃຫຍ່ ໄດ້ດໍາເນີນດ້ວຍບັນຍາກາດແຫ່ງຄວາມສາມັກຄີເປັນເອກະພາບສູງ, ຟົດຟື້ນ ແລະສ້າງສັນ; ກອງປະຊຸມໄດ້ສິ້ນສຸດລົງດ້ວຍຜົນສໍາເລັດອັນຈົບງາມ ເຊິ່ງສະແດງອອກດັ່ງນີ້:

I. ກອງປະຊຸມໃຫຍ່ໄດ້ຄົ້ນຄ້ວາ ແລະ ຮັບຮອງເອົາຮ່າງລາຍງານການເມືອງທັງ 2 ພາກ ຂອງຄະນະກໍາມະການສູນກາງແນວລາວສ້າງຊາດ ສະໄໝທີ X ທີ່ສະເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ບົດຮຽນທີ່ຖອດຖອນໄດ້ໃນ ແລະ ທິດທາງແຜນການຈຸດສຸມ 5 ປີຕໍ່ໜ້າ. ພ້ອມກັນນີ້ ກອງປະຊຸມໄດ້ຮັບຮອງເອົາແຜນພັດທະນາຂອງອົງການແນວລາວສ້າງຊາດ ໃນໄລຍະ ປີ 2021-2025 ມີ 05 ແຜນງານດັ່ງນີ້:

ແຜນງານທີ 1: ສ້າງຄວາມສາມັກຄີປອງດອງປະຊາຊົນບັນດາເຜົ່າ;

ແຜນງານທີ 2: ເສີມສ້າງຄຸນນະທໍາຂອງສາສະໜາ;

ແຜນງານທີ 3: ຊຸກຍູ້ ແລະ ສົ່ງເສີມບົດບາດຂອງບັນດາຊັ້ນຄົນ ແລະ ການຈັດຕັ້ງສັງຄົມ;

ແຜນງານທີ 4: ການຮ່ວມມືກັບອົງການພາຄີ ແລະ ການຮ່ວມມືສາກົນ;

ແຜນງານທີ 5: ສ້າງຄວາມເຂັ້ມແຂງໃຫ້ອົງການແນວລາວສ້າງຊາດແຕ່ລະຂັ້ນ.

ຊື່ງຄາດໝາຍລວມຂອງແຜນພັດທະນາ ແມ່ນ: 1) ເພື່ອຮັບປະກັນໃຫ້ອົງການແນວລາວສ້າງຊາດ ແຕ່ລະຂັ້ນ ສາມາດເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ສໍາເລັດຜົນ ເປັນຕົ້ນແມ່ນ ຊຸກຍູ້ຂັ້ນຮາກຖານ ໃຫ້ແຂງແຮງກວ່າເກົ່າ. 2) ຍົກລະດັບການຮ່ວມສໍາພັນກັບອົງການພາຄີ, ການທູດປະຊາຊົນ ລວມທັງປຸກ ລະ ດົມຂົນຂວາຍຄົນເຊື້ອຊາດລາວ ທີ່ດໍາລົງຊີວິດຢູ່ຕ່າງປະເທດ ອ່ວຍໜ້າກັບມາປະເທດຊາດ ທັງຫຼຸດຜ່ອນຄວາມອາຄາດບາດໝາງກັນໃຫ້ຫຼຸດໜ້ອຍຖອຍລົງ. 3) ສ້າງ ແລະ ປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດ ທະນາ ໃຫ້ປາກົດຜົນເປັນຈິງ ເປັນຕົ້ນ: ຂະບວນການຈັດຕັ້ງປະຕິບັດວາລະແຫ່ງຊາດ ແລະ ຂະບວນການສ້າງຄອບຄົວ-ບ້ານສາມັກຄີປອງດອງ ຂອງແນວລາວສ້າງຊາດວາງອອກ. 4) ສ້າງຄວາມເຂັ້ມແຂງດ້ານພື້ນຖານໂຄງລ່າງ ແລະ ແກ້ໄຂຄວາມຫຍຸ້ງຍາກທາງດ້ານລາຍຮັບຂອງແນວລາວສ້າງຊາດ ໃຫ້ມີຄວາມເຕີບໃຫຍ່ ເຂັ້ມແຂງໂດຍສະເພາະແມ່ນຢູ່ຂັ້ນເມືອງ ແລະ ບ້ານ ຈໍານວນໜື່ງໃຫ້ດີຂື້ນກ່ວາເກົ່າ. ເວົ້າລວມແມ່ນເພື່ອສ້າງການຫັນປ່ຽນໃນວຽກງານແນວໂຮມ ໃນຊຸມປີຕໍ່ໜ້າໃຫ້ມີບາດກ້າວໃໝ່.

II. ກອງປະຊຸມໃຫຍ່ໄດ້ຮັບຟັງການລາຍງານ ແລະ ຮັບຮອງເອົາການປັບປຸງກົດລະບຽບຂອງແນວລາວສ້າງຊາດ ສະໄໝທີ XI ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດ ໃຫ້ປາກົດຜົນເປັນຈິງ.

III.  ກອງປະຊຸມໄດ້ຮັບຟັງການປະກອບຄໍາເຫັນ ຂອງພາກສ່ວນຕ່າງໆ ຈໍານວນໜື່ງເປັນຕົ້ນ: ແນວລາວສ້າງຊາດນະຄອນຫຼວງວຽງຈັນ, ແນວລາວສ້າງຊາດ ບ້ານໂພນຄໍາ ເມືອງວັງວຽງ.

– ການປະກອບຄໍາເຫັນຂອງກະຊວງພາຍໃນ,ກະຊວງຖະແຫຼງຂ່າວ, ກະຊວງປ້ອງກັນຄວາມສະຫງົບ ແລະ ກຸ່ມບໍລິສັດ ພົງສະຫວັນ ທີ່ມີການເຄື່ອນໄຫວພົວພັນ ກັບບົດບາດຂອງແນວລາວສ້າງຊາດໃນໄລຍະຜ່ານມາ.

IV. ກອງປະຊຸມໃຫຍ່ໄດ້ຮັບຮອງເອົາບົດສໍາຫຼວດການນໍາພາ ຂອງຄະນະກໍາມະການສູນກາງແນວລາວສ້າງຊາດສະໄໝທີ X ທີ່ໄດ້ຕີລາຄາສູງຕໍ່ການນໍາພາ-ຊີ້ນໍາ ອັນໄດ້ຮັບຜົນສໍາເລັດທີ່ສໍາຄັນຫຼາຍດ້ານ ເຊິ່ງມີບາງດ້ານກໍລື່ນຄາດໝາຍ ແລະ ດ້ານອ່ອນຂໍ້ຄົງຄ້າງທີ່ເປັນບົດຮຽນໃຫ້ແກ່ການຊີ້ນໍານໍາພາ ຂອງຄະນະກໍາມະການແນວລາວສ້າງຊາດ ສະໄໝທີ XI.

V. ບັນຫາສໍາຄັນ ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາການແຕ່ງຕັ້ງ ຄະນະກໍາມະການສູນກາງແນວລາວສ້າງຊາດ ສະໄໝທີ XI ຈໍານວນ 238 ທ່ານ ໃນນີ້ ມີເພດຍິງ 52 ທ່ານ, ພຣະສົງ 16 ອົງ ເພື່ອຊີ້ນໍານໍາພາວຽກງານ ກໍ່ຄືການຈັດຕັ້ງປະຕິບັດກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປາກົດຜັນເປັນຈິງ.

ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກ ຂອງຄະນະກໍາມະການສູນກາງແນວລາວສ້າງຊາດ ສະໄໝທີ XI ໄດ້ເປັນເອກະພາບຮັບຮອງເອົາການແຕ່ງຕັ້ງ ປະທານ, ຮອງປະທານ ສູນກາງແນວລາວສ້າງຊາດ ສະໄໝທີ XI ປະກອບດ້ວຍ 238 ທ່ານ; ຍິງ 51 ທ່ານຄື:

1). ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ເປັນປະທານ ສູນກາງແນວລາວສ້າງຊາດ;

2). ທ່ານ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ, ເປັນຮອງປະທານ;

3). ທ່ານ ຈັນທະວົງ ແສນອາມາດມົນຕີ ເປັນຮອງປະທານ;

4). ທ່ານ ເຢ່ຍເກີຢ່າ ໜໍຈໍ່ຈົງຕົວ ເປັນຮອງປະທານ;

5). ທ່ານ ນ. ສີພະຈັນ ນັນທະວົງສາ ເປັນຮອງປະທານ;

6). ທ່ານ ດຣ. ຈັນເພັງ ສຸດທິວົງ ເປັນຮອງປະທານ.

ກອງປະຊຸມໄດ້ຮັບຮອງເອົາການແຕ່ງຕັ້ງຮອງປະທານ ສູນກາງແນວລາວສ້າງຊາດບໍ່ປະຈໍາການ ຈໍານວນ 4 ທ່ານຄື:

1) ທ່ານ ນ. ແສງເດືອນ ຫຼ້າຈັນທະບູນ

2) ທ່ານ ຫຽມ ພົມມະຈັນ

3) ທ່ານ ນ. ຄໍາຈັນ ພົມແສງສະຫວັນ

4) ທ່ານ ສຈ. ປອ ອ໋ອດ ພົງສະຫວັນ

ກອງປະຊຸມໄດ້ຮັບຮອງເອົາການແຕ່ງຕັ້ງເອົາທ່ານ ນ. ສີພະຈັນ ນັນທະວົງສາ ເປັນປະທານກວດກາຂອງ

ແນວລາວສ້າງຊາດ.

ກອງປະຊຸມໄດ້ຮັບຮອງເອົາຄະນະປະຈໍາສູນກາງແນວລາວສ້າງຊາດ ສະໄໝທີ XI ມີ 09 ທ່ານຄື:

1) ທ່ານ ສິນລະວົງ ຄຸດໄພທູນ

2) ທ່ານ ຄໍາເຜີຍ ບຸດດາວຽງ

3) ທ່ານ ຈັນທະວົງ ແສນອາມາດມົນຕີ

4) ທ່ານ ເຢ່ຍເກີຢ່າ ໜໍຈໍ່ຈົງຕົວ

5) ທ່ານ ນ. ສີພະຈັນ ນັນທະວົງສາ

6) ທ່ານ ດຣ. ຈັນເພັງ ສຸດທິວົງ

7) ທ່ານ ຄະນອງລິດ ສີສົມບູນ

ທ່ານ ຄໍາຢາດ ຮາຊດາວົງ

9) ທ່ານ ໄທລໍ ຫວາເຊັ້ງ

VI. ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບກຽດຕ້ອນຮັບ ການເຂົ້າຮ່ວມເປັນກຽດໃນພິທີເປີດກອງປະຊຸມໃຫຍ່ ຂອງທ່ານ ເລຂາທິການໃຫຍ່, ບັນດາທ່ານກໍາມະການກົມການເມືອງສູນກາງພັກ, ທັງອາດີດ ແລະ ປັດຈຸບັນ, ການນໍາຂອງພັກ-ລັດ; ພິເສດໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ເຊິ່ງທ່ານໄດ້ຊີ້ທິດເຍືອງທາງທີ່ສໍາຄັນ ເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດວຽກງານ ຂອງອົງການແນວລາວສ້າງຊາດໃນຕໍ່ໜ້າ.

ກອງປະຊຸມໃຫຍ່ຮຽກຮ້ອງມາຍັງບັນດາທ່ານ ກໍາມະການສູນກາງແນວລາວສ້າງຊາດ, ແນວລາວສ້າງຊາດຂັ້ນຕ່າງໆ ຈົ່ງເຊີດຊູຄວາມເປັນແບບຢ່າງນໍາໜ້າໃນທຸກດ້ານ ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປາກົດຜົນເປັນຈິງ. ພ້ອມກັນນີ້ ຮຽກຮ້ອງມາຍັງພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າ, ບັນດາຊັ້ນຄົນ, ສາສະໜາ, ເພດ, ໄວ ລວມທັງຄົນຕ່າງດ້າວທີ່ດໍາລົງຊີວິດຢູ່ ສປປ ລາວ ແລະ ພີ່ນ້ອງເຊື້ອຊາດລາວຜູ້ຮັກຊາດ ທີ່ພວມດໍາລົງຊີວິດ ແລະທໍາມາຫາກິນຢູ່ຕ່າງປະເທດ ຈົ່ງເຊີດຊູນໍ້າໃຈຮັກຊາດ, ເສີມຂະຫຍາຍມູນເຊື້ອດຸໝັ່ນຂະຫຍັນພຽນ, ມານະຈິດບຸກບືນໃນການປະຕິບັດໜ້າທີ່ ເພື່ອເປັນການປະກອບສ່ວນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.

ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງແນວລາວສ້ງຊາດ ໄດ້ຖືກຮັບຮອງເອົາຢ່າງເປັນເອກະພາບ ໃນເວລາ………….ນາທີ ຂອງວັນທີ …… ພະຈິກ 2021.

ຕາງໜ້າຄະນະປະຈໍາ ສູນກາງແນວລາວສ້າງຊາດ ຄະນະຮັບຜິດຊອບກອງປະຊຸມ ຂໍຂອບໃຈມາຍັງ ທ່ານ ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ທຸກທ່ານ, ທຸກພາກສ່ວນທີ່ໄດ້ປະກອບສ່ວນເຫື່ອແຮງ ເຂົ້າຮ່ວມໃນການກະກຽມ ດໍາເນີນກອງປະຊຸມໃຫຍ່ຜູ້ແທນປະເທດຄັ້ງທີ 11 ຂອງແນວລາວສ້າງຊາດ ໃນຄັ້ງນີ້ໄດ້ສໍາເລັດຜົນຕາມຄາດໝາຍວາງໄວ້ຢ່າງຈົບງາມ.

ຂໍສະແດງຄວາມຂອບໃຈ ແລະ ຊົມເຊີຍຢ່າງຈິງໃຈມາຍັງ ພາກສ່ວນສື່ມວນຊົນ ລວມທັງໂທລະພາບແຫ່ງຊາດ ວິທະຍຸກະຈາຍສຽງແຫ່ງຊາດ, ສື່ສິງພິມປະເພດຕ່າງໆ ທີ່ໄດ້ຕິດດຕາມກອງປະຊຸມຢ່າງໃກ້ສິດ ເພື່ອເກັບກໍາຂ່າວ ແລະ ເຜີຍແຜ່ຢ່າງທັນການ ກ່ຽວກັບການດໍາເນີນກອງປະຊຸມໃນຄັ້ງນີ້ ອອກສູ່ສັງຄົມໂດ້ຮັບຊາບຢ່າງທົ່ວເຖີງ.

ຂໍອວຍພອນໃຫ້ທຸກທ່ານ ຈົ່ງມີສູຂະພາບເຂັ້ມແຂງ ປາສະຈາກພະຍາດໂຄວິດ-19, ມີຄວາມຜາສຸກຊີວິດຄອບຄົວ ສ່ວນຕົວ (ຂໍຂອບໃຈ).

 

info@lfnd.org.la | 021 213754 | (856-21) 453191