ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີປະກາດທົດລອງກ່ຽວກັບວຽກງານສ້າງບ້ານຂຽວສະອາດງາມຕາ

ໃນວັນທີ 21 ກຸມພາ 2020 ນີ້, ສູນກາງແນວລາວສ້າງຊາດຮ່ວມກັບກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດພິທີປະກາດທົດລອງກ່ຽວກັບວຽກງານສ້າງບ້ານ ຂຽວ ສະອາດ ງາມຕາ ຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ແນວລາວສ້າງຊາດ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ. ໄຊນະຄອນ ອິນທະວົງ ຄະນະປະຈໍາພັກ, ຮອງລັດຖະມົນຕີ ກຊສ, ມີທ່ານ ເຍ່ຍເກີຢາ ໜໍຈໍຈົງຕົງ ຮອງປະທານ ສນຊ, ບັນດາທ່ານຮອງປະທານ ສນຊ, ຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ສູນກາງແນວລາວສ້າງຊາດ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ເຊັນບັດບັນທຶກຄວາມເຂົ້າໃຈດ້ານສິ່ງແວດລ້ອມຮ່ວມກັນ ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແນວລາວສ້າງຊາດ ໃນການປະຕິບັດວຽກງານສົ່ງເສີມ ແລະ ປົກປ້ອງສິດຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າ ເພື່ອມີສ່ວນຮ່ວມ ໃນການປົກປັກຮັກສາ, ຄຸ້ມຄອງ, ນໍາໃຊ້ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມໃຫ້ມີຄວາມຍືນຍົງ, ປະທານສະພາບໍລິຫານກອງທຶນປົກປັກຮັກສາສິ່ງແວດ ລ້ອມ ໄດ້ສະຫນັບສະຫນູນງົບປະມານ ແລະ ມອບຫມາຍໃຫ້ແນວລາວສ້າງຊາດ ເປັນ ຜູ້ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃນໄລຍະເວລາ 6 ປີ (2018-2023).
ຈຸດປະສົງຂອງໂຄງການນີ້, ເພື່ອເປັນການສ້າງຄວາມອາດສາມາດໃຫ້ແກ່ສູນກາງແນວລາວສ້າງຊາດ ແລະ ແນວລາວສ້າງຊາດຂັ້ນທ້ອງຖິ່ນໃນວຽກງານສຶກສາອົບຮົມ, ປຸກລະດົມປະຊາຊົນລາວບັນດາເຜົ່າ, ເພດ, ໄວ, ສາສະຫນາຕ່າງໆ ມີສ່ວນຮ່ວມໃນການປົກປັກຮັກສາ ຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ, ທັງມີບົດບາດຕິດຕາມກວດກາການຄຸ້ມ ຄອງລັດ ຢູ່ຂັ້ນທ້ອງຖິ່ນໃນການປົກປັກຮັກສາ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມໃຫ້ມີຄວາມຍືນຍົງ; ເພື່ອສ້າງກົນໄກ ແລະ ເຄື່ອງມື ໃນວຽກງານການປົກປ້ອງສິດ ຜົນປະ ໂຫຍດ ຂອງ ປະຊາຊົນລາວບັນດາຊົນເຜົ່າ ໃນການຄຸ້ມຄອງນໍາໃຊ້ ແລະ ປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ; ເປັນການປັບປຸງ ແລະ ຍົກລະດັບຄວາມອາດສາມາດ ໃນການຈັດຕັ້ງປະຕິບັດກົນໄກ ແລະ ເຄື່ອງມືໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ລວມທັງພັດທະນາບຸກ ຄະລາກອນໃຫ້ມີຄວາມສາມາດ ໃນການຂົນຂວາຍທຶນຮອນ ແລະ ວາງແຜນ ຈັດຕັ້ງປະຕິບັດ ແລະ ຕິດຕາມກວດກາ ໂຄງການພັດທະນາໄດ້ຢ່າງມີປະສິດ ທິພາບ ເພື່ອຂໍທຶນມາຊ່ວຍສືບຕໍ່ຈັດຕັ້ງປະຕິບັດພາລະບົດບາດຂອງ ແນວລາວສ້າງຊາດ ໃຫ້ມີຄວາມຍືນຍົງ ແລະ ອັນສຸທ້າຍ ແມ່ນການຈັດຕັ້ງ ນໍາພາ ຂະບວນການສ້າງບ້ານ ເປົ້າຫມາຍພາຍໃນໂຄງການ ໃຫ້ກາຍເປັນບ້ານ ແລະ ຄອບຄົວ ຂຽວ ສະອາດ ງາມຕາ ໃນພິທີຄັ້ງນີ້, ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານ ສນຊ ໄດ້ລັ່ນຄ່ອງ 9 ບາດ ເພື່ອເປັນສີລິມຸງຄຸນໃນພິທີຄັ້ງນີ້.
ໃນໂອກາດນີ້, ທ່ານ ປອ. ໄຊນະຄອນ ອິນທະວົງ ໄດ້ເປັນກຽດໂອ້ລົມບາງເນື້ອໃນຕໍ່ພິທີຄັ້ງນີ້, ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບໂຄງການນີ້, ຊຶ່ງທ່ານໄດ້ໃຫ້ຮູ້ວ່າ: ໂຄງການສ້າງຄວາມເຂັ້ມແຂງໃຫ້ແນວລາວສ້າງຊາດເປັນວຽກາງນບຸລິມະສິດຂອງແນວລາວສ້າງຊາດ ທີ່ໄດ້ຮັບທຶນຈາກກອງທຶນປົກປັກສິ່ງແວດລ້ອມ, ໃຫ້ມີການປະສານສົມທົບຢ່າງແໜ້ນແຟ້ນ ເປັນປົກກະຕິ ໂດຍສະເພາະແມ່ນແນວລາວສ້າງຊາດ ແຕ່ລະຂັ້ນໂດຍສະເພາະຂັ້ນເມືອງ ແລະ ຂັ້ນບ້ານ, ສືບຕໍ່ຊ່ວຍເຫຼືອກັນຈັດຕັ້ງປະຕິບັດຖືວ່າເປັນວຽກລວມຂອງນະຄອນຫຼວງ, ເປັນການປະກອບສ່ວນອັນສອດຄ່ອງກັບວຽກ ງານ 6 ສ ຂອງນະຄອນຫຼວງວຽງຈັນ, ເພື່ອເຮັດໃຫ້ນະຄອນຫຼວງວຽງຈັນເປັນເມືອງໜ້າຢູ່ ຍືນຍົງຕາມທິດນໍາ 6 ສ ສ່ວນກະຊວງຊັບພະຍາກອນທໍາມະຊາດ ແລ ສິ່ງແວດລ້ອມໄດ້ມີກົມວິຊາການທີ່ຈະສືບຕໍ່ຊ່ວຍເຫຼືອທາງດ້ານວິຊາການ, ມີຂໍ້ຕົກລົງ, ຄູ່ມືແນະນໍາ ເພື່ອສະດວກໃນການຈັດຕັ້ງ ພ້ອມທັງ ຕິດຕາມເອົາໃຈໃສ່ຕໍ່ໂຄງການດັ່ງກ່າວ ຂ້າພະເຈົ້າເຊື່ອໝັ່ນວ່າ: ທາງດ້ານເຕັກນິກພວກເຮົາຈະເຮັດໄດ້ແຕ່ຜົນສໍາເລັດແມ່ນຂຶ້ນກັບບ້ານ, ອົງການປົກຄອງທ້ອງຖິ່ນຈະຈັດຕັ້ງປະຕິບັດຊ່ວຍກັນ, ຂ້າ ພະເຈົ້າຂໍຮຽກຮ້ອງໃຫ້ນະຄອນຫຼວງກໍຄື 9 ເມືອງ 17 ບ້ານ ທີ່ໄດ້ຈັບມືແຂ່ງຂັນກັນຄັ້ງນີ້, ຈົ່ງຊ່ວຍກັນສົມທົບເຫື່ອແຮງເພື່ອປະຕິບັດໂຄງການໃຫ້ສໍາເລັດ, ເພື່ອໃຫ້ມີຄວາມຍືນຍົງໃນ 17 ບ້ານດັ່ງກ່າວ.

info@lfnd.org.la | 021 213754 | (856-21) 453191