ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີປະກາດຮັບຮອງນະຄອນປາກເຊເປັນນະຄອນປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ

ໃນວັນທີ 04 ກຸມພາ 2022 ຢູ່ທີ່ຫ້ອງວ່າການປົກຄອງນະຄອນປາກເຊ ແຂວງ ຈຳປາສັກ ໄດ້ມີພິທີປະກາດຮັບຮອງນະຄອນປາກເຊ ເປັນນະຄອນປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ເປັນກຽດເຂົ້າຮ່ວມມີ ທ່ານ ຄຳເຜີຍ ບຸດດາວຽງ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ລິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ, ທ່ານ ນ. ວາດສະໜາ ສີລິມາ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງຈຳປາສັກ, ທ່ານ ບົວລີ ເພັດສົງຄາມ ຄະນະປະຈຳພັກແຂວງ ເຈົ້ານະຄອນປາກເຊ, ທ່ານ ນ. ອານົງສັກ ພູນສະຫວັດ ຄະນະປະຈຳພັກນະຄອນ ປະທານແນວລາວສ້າງຊາດນະຄອນປາກເຊ, ມີພະແນກການຂັ້ນແຂວງ, ບັນດາຫ້ອງການນະຄອນ, ບັນດາເຈົ້າເມືອງທົ່ວແຂວງ, ຜູ້ຊົງຄຸນວຸດທິ, ແນວລາວສ້າງຊາດບັນດາເມືອງ ພ້ອມດ້ວຍມວນຊົນນະຄອນປາກເຊເຂົ້າຮ່ວມ.

info@lfnd.org.la | 021 213754 | (856-21) 453191