ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີປະດັບຫຼຽນກາລະນຶກ 70 ປີກອງທັບປະຊາຊົນລາວໃຫ້ແກ່ການນຳ ສນຊ

     ເພື່ອຍ້ອງຍໍສັນລະເສີນຜົນງານ, ຄຸນງານຄວາມດີ ຂອງການນຳສູນກາງແນວລາວສ້າງຊາດ ຕອນເຊົ້າຂອງວັນທີ 20 ພະຈິກ 2020 ນີ້, ໄດ້ມີພິທີປະດັບຫຼຽນກາລະນຶກ 70 ປີ ກອງທັບປະຊາຊົນລາວ ໃຫ້ແກ່ການນຳ ສູນກາງແນວລາວສ້າງຊາດ ຈຳນວນ 16 ສະຫາຍ ທີ່ມີຜົນງານໃນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ໃຫ້ການຊຸກຍູ້, ຊ່ວຍເຫຼືອກອງທັບປະຊາຊົນລາວ ຕະຫຼອດໄລຍະ 70 ປີຜ່ານມາ ໂດຍເປັນກຽດເຂົ້າຮ່ວມ ຂອງສະຫາຍ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ມີບັນດາທ່ານຮອງປະທານ, ຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ ຕະຫຼອດຮອດພະນັກງານ-ລັດຖະກອນ ສູນກາງແນວລາວສ້າງຊາດເຂົ້າຮ່ວມ ເປັນກຽດປະດັບໂດຍສະຫາຍ ພົ/ທ. ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ທີ່ຫ້ອງປະຊຸມໃຫຍ່ຊັ້ນສອງສູນກາງແນວລາວສ້າງ ຊາດ.
info@lfnd.org.la | 021 213754 | (856-21) 453191