ສູນກາງແນວລາວສ້າງຊາດ

Lao Front For National Development

 ​​ພິ​ທີ​ປິດ​ຊຸດຝຶກ​ອົບ​ຮົມ​ວຽກ​ງານ​ຊົ​ນ​ເຜົ່າ

 

ພິ​ທີ​ປິດຊຸດ​ຝຶກອົບ​ຮົມບຳ​ລຸງ​ຄວາມ​ຮູ້ກ່ຽວ​ກັບວຽກ​ງານ​ຊົນ​ເຜົ່າ​ ໃຫ້​ພະ​ນັກ​ງານ​ແນວ​ລາວ​ສ້າງ​ຊາດຂັ້ນ​ສູນ​ກາງ ແລະ​ທ້ອງ​ຖິ່ນ ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ທີ່ສຳ​ນັກ​ງານຄະ​ນະ​ກຳ​ມະ​ການ​ຊົນ​ເຜົ່າ​ແຫ່ງ​ລັດ​ຖະ​ບານ ສ​ສ ຫວຽດ​ນາມ, ​ ທີ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ ໃນວັນ​ທີ 10 ​ພະ​ຈິກ 2022;

ເປັນ​ກຽດ​ເຂົ້າ​ຮ່ວມ​ພິ​ທີ​ຝ່າຍ​ຫວຽດ​ນາມ ນຳ​ໂດຍ​ທ່ານ ປອ. ​ເລ ​ເຊິນ​ ຮາຍ ກຳ​ມະ​ການ​ຄະ​ນະ​ພັກ, ຮອງ​ລັດ​ຖະ​ມົນ​ຕີ, ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ຊົນ​ເຜົ່າ​ແຫ່ງ​ລັດ​ຖະ​ບານ ສ​ສ ຫວຽດ​ນາມ, ມີທ່ານ ສ​ຈ. ປອ ເຈິນ​ຈຸງ ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ຄະ​ນະ​ກຳ​ມະ​ການ​ຊົນ​ເຜົ່າ, ມີ​ຜູ້​ຕາງ​ໜ້າ​ສະ​ຖານ​ທູດ​ ສ​ປ​ປ ລາວ ປະ​ຈຳ ສ​ສ ຫວຽດ​ນາມ ພ້ອມ​ດ້ວຍ​ຄ​ະ​ນະ​ຮັບ​ຜິດ​ຊອບ​ຊຸດ​ຝຶກ​ອົບ​ຮົມ ແລະຝ່າຍ​ລາວນຳ​ໂດຍທ່ານ ຄະ​ນອງ​ລິດ ສີ​ສົມ​ບູນ ກຳ​ມະ​ການ​ພັກ ຄະ​ນະ​ປະ​ຈຳ ຫົວ​ໜ້າ​ກ​ົມ​ສາ​ສະ​ໜາ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ພ້ອມ​ດ້ວຍ​ຄະ​ນະ; ໂອ​ກາດນີ້, ໃນ​ພິ​ທີໄດ້​ສະ​ຫຼຸບ​ຕີ​ລາ​ຄາ, ດ້ານ​ດີ, ຂໍ້​ຄົງ​ຄ້າງ ແລະບົດ​ຮຽນ​ທີ່​ຖອ​ດ​ຖອນ​ໄດ້ ໃນ​ໄລ​ຍະຊຸດ​ຝຶກ​ອົບ​ຮົມທັງ​ພາກ​ທິດ​ສະ​ດີ ຈຳ​ນວນ 05 ​ຫົວ​ຂໍ້ ແລະ​ການ​ທັດ​ສະ​ນະ​ສຶກ​ສາຢູ່​ເກືອ​ລໍ່​, ຢ້ຽມ​ຊົມອາ​ນຸ​ສອນ​ສະ​ຖານບ້ານ​ເກີດ​ຂອງ​ທ່ານ​ປະ​ທານ​ໂຮ່​ຈິ​ມິນ, ພົບ​ປະ​ແລກ​ປ່ຽນກ່ຽວ​ກັບ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຊົນ​ເຜົ່າ ຢູ່ແຂວງ​ເຫງະ​ອານ, ທັດ​ສະ​ນະ​ສຶກ​ສາ, ຢ້ຽມ ຊົມ​ສະ​ຖານ​ທີ່​ທ່ອງ​ທ່ຽວປາ​ພິ​ເສດ ຢູ່​ບ້ານ​ເກີ້ມ​ເລື່ອງ, ແລກ​ປ່ຽນ​ບົດ​ຮຽນ​ຢູ່ເມື່ອງ​ເກີ້ມທຸ້ຍ ແຂວງ​ແທງ​ຮ໋​ວາ, ທີ່ນະ​ຄອນຫຼວງ​ຮ່າ​ໂນ້ຍ ຢ້ຽມ​ຊົມ​ສຸ​ສານ​​ພິ​ພິ​ທະ​ພັນທ່ານປະ​ທານ​ໂຮ່​ຈິ​ມິນ, ແລກ​ປ່ຽນ​ບົດ​ຮ​ຽນ​ກັບ​ກົມ​ນະ​ໂຍ​ບາຍ​ຊົນ​ເຜົ່າ​, ກົມ​ໂຄ​ສະ​ນາ ແລະກົມ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ຂອງ​ຄະ​ນະ​ກຳ​ມະ​ການ​ຊົນ​ເຜົ່າ;

ຊຸດ​ຝຶກ​ອົບ​ຮົມ​ຄັ້ງ​ນີ້, ເປັນ​ໜຶ່ງ​ໃນ​ກິດ​ຈະ​ກຳ​ເພື່ອປະ​ກອບ​ສ່ວນ ​ໃນ​ການ​ສະ​ເຫຼີມ​ສະຫຼອງ​ປີ​ສາ ມັ​ກ​ຄີ​ມິດ​ຕະ​ພາບ​ ລາວ-ຫວຽດ​ນາມ 2022 ເວົ້າ​ລວມ, ເວົ້າ​ສະ​ເພາະ ​ແມ່ນໃນ​ຂົງ​ເຂດ​ວຽກ​ງານ​ແນວ​ລາວ​ສ້າງ​ຊາດ ໃຫ້ມີ​ຄວາມ​ແໜ້ນ​ແຟ້ນ, ​ເປັນ​ຂະ​ບວນຟົດ​ຟືນ-ຕໍ່​ເນື່ອງ; ໃນ​ນີ້, ​ທັງເປັນ​ການຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ບົດ​ບັນ​ທຶກ​ການ​ຮ່ວມ​ມື ​ລະ​ຫວ່າງ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ແລະ​ຄະ​ນະ​ກຳ​ມະ​ການ​ຊົນ​ເຜົ່າ ແຫ່ງ​ລັດ​ຖະ​ບານ ສ​ສ ຫວຽດ​ນາມ ​ແຕ່​ປີ 2022-2030 ກ່ຽວ​ກັບ​ວຽກ​ງານ​ຊົນ​ເຜົ່າ ໃຫ້​ເກີດດອກ​ອອກ​ຜົນ ແລະ​ມີຜົນ​ສຳ​ເລັດ ຢ່າງ​ຈົບ​ງາມ.

 

 

ພາບ ແລະຂ່າວ​ ໂດຍ: ຈິດ​ຕະ​ພົງ ໂພ​ທິ​ລັກ

ໂທ: 020 54564982

 

info@lfnd.org.la | 021 213754 | (856-21) 453191