ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີປູກຕົ້ນໄມ້ເພື່ອມິດຕະພາບ ລາວ-ອິນເດຍ

ສູນກາງແນວລາວສ້າງຊາດ ຮ່ວມກັບ ສະຖານທູດອິນເດຍ ຈັດພິທີປູກຕົ້ນໄມ້ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ອິນເດຍ ຄົບຮອບ 65 ປີ ຂຶ້ນຢູ່ສຳນັກງານສູນກາງແນວລາວສ້າງຊາດ ໃນວັນທີ 9 ຕຸລາ 2020 ນີ້. ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ທ່ານ ດິນກາ ອາດສທານາ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງອິນເດຍ ປະຈຳຢູ່ ສປປ ລາວ, ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ບັນດາທ່ານແຂກຂອງທັງສອງຝ່າຍເຂົ້າຮ່ວມ.

ພິທີປູກຕົ້ນໄມ້ໃນຄັ້ງນີ້, ເພື່ອເປັນຄັ້ງປະຫວັດສາດ ຂອງສອງປະເທດລາວ-ອິນເດຍ, ເປັນການເສີມຂະຫຍາຍສາຍພົວພັນອັນເປັນມູນເຊື້ອທີ່ດີງາມ ຂອງສອງປະເທດ ທີ່ມີມູນເຊື້ອມາຍາວນານ ໃຫ້ມີຄວາມຮັດແໜ້ນຂຶ້ນເລື້ອຍໆ, ເປັນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສຳຄັນທາງປະຫວັດສາດ ຂອງສອງປະເທດລາວ-ອິນເດຍ ໃນປີ 2020 ນີ້ ເຊັ່ນ: ຊົມເຊີຍວັນສ້າງຕັ້ງສາຍພົວພັນການທູດລາວ-ອິນເດຍ ຄົບຮອບ 65 ປີ, ຊົມເຊີຍວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ, ຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ແລະ ຊົມເຊີຍວັນປະກາດເອກະລາດ(ວັນຊາດປະເທດອິນເດຍ) ຄົບຮອບ 74 ປີ.

ໃນພິທີ, ທ່ານ ຮຈ.ດຣ ສົກອົກ ກິ່ງສະດາ ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ຍົກໃຫ້ເຫັນເຖິງພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການແນວລາວສ້າງຊາດ ເຊິ່ງໃຫ້ຮູ້ວ່າອົງການແນວລາວສ້າງຊາດ ເປັນຄັນທຸງເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າ ເຂົ້າຮ່ວມໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປະຈຸບັນ. ພ້ອມກັນນັ້ນ, ທ່ານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງອິນເດຍ ປະຈຳຢູ່ ສປປ ລາວ ກໍໄດ້ຫວນຄືນມູນເຊື້ອການພົວພັນລະຫວ່າງ ສອງປະເທດ ກໍຄືປະຊາຊົນສອງຊາດ ລາວ-ອິນເດຍ, ໄດ້ຍົກໃຫ້ເຫັນເຖິງສະພາບລວມຂອງປະເທດອິນເດຍ ໂດຍຫຍໍ້ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວ ຂອງອົງການແນວລາວສ້າງຊາດ ໃນໄລຍະຜ່ານມາ.

info@lfnd.org.la | 021 213754 | (856-21) 453191