ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີພົບປະສອງຝ່າຍລະຫວ່າງຄະນະກໍາມະການສູນກາງແນວລາວສ້າງຊາດແລະແນວໂຮມ ປະເທດຊາດຫວຽດນາມ ແຂວງກວາງຈິ.

     ຄະນະຜູ້ແທນ, ຄະນະກໍາມະການສູນກາງແນວລາວສ້າງຊາດ ນໍາໂດຍ ທ່ານ ສຈ ປອ ອ໋ອດ ພົງສະຫວັນ ກໍາມະການສູນກາງແນວລາວສ້າງຊາດ, ຮອງປະທານສູນກາງແນວລາວສ້າງຊາດ ຜູ້ບໍ່ປະຈໍາການ ພ້ອມດ້ວຍຄະນະໄດ້ເດີນທາງໄປທັດສະນະສຶກສາແລກປ່ຽນບົດຮຽນວຽກງານແນວໂຮມ ແລະ ຂົງເຂດວຽກງານກະສິກໍາ ຢູ່ທີ່ແຂວງກວາງຈິ ສສ ຫວຽດນາມ, ໃນລະຫວ່າງວັນທີ 10/11/2022ນີ້, ໂດຍໄດ້ຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ດ່າວແມັ້ງຮຸ່ງ ຄະນະປະຈໍາພັກແຂວງ, ປະທານແນວໂຮມແຂວງກວາງຈິ, ຈາກນັ້ນ, ຄະນະທັງສອງຝ່າຍກໍ່ຈັດພິທິພົບປະສອງຝ່າຍເຊີ່ງຝ່າຍລາວນໍາໂດຍ ທ່ານ ສຈ ປອ ອ໋ອດ ພົງສະຫວັນ ຮອງປະທານ ສູນກາງແນວລາວສ້າງຊາດ ຜູ້ບໍ່ປະຈໍາການ, ຝ່າຍຫວຽດນາມນໍາໂດຍ ທ່ານ ດ່າວແມັ້ງຮຸ່ງ ຄະນະປະຈໍາພັກ, ປະທານແນວໂຮມແຂວງກວາງຈິ.
     ກ່ອນອື່ນ ທ່ານປະທານແນວໂຮມແຂວງກວາງຈິ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະຕີລາຄາສູງຕໍ່ການມາຢ້ຽມຢາມ ແຂວງກວາງຈິ ຂອງ ທ່ານ ຮອງປະທານສູນກາງແນວລາວສ້າວຊາດຜູ້ບໍ່ປະຈໍາການ ພ້ອມດ້ວຍຄະນະໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫ່ວາງສອງປະເທດ ລາວ-ຫວຽດນາມ, ເວົ້າລວມ, ເວົ້າສະເພາະແມ່ນສອງອົງການແນວໂຮມເປັນຕົ້ນແນວໂຮມແຂວງກວາງຈິ ແລະ ແນວລາວສ້າງຊາດແຂວງສະຫວັນນະເຂດ,ແນວລາວສ້າງຊາດ ແຂວງສະລະວັນ ທີ່ມີຊາຍແດນຈິດຈອດກັນໃຫ້ມີບາດກ້າວໃໝ່ເລື້ອຍໆ.
     ໂອກາດນີ້, ທ່ານຮອງປະທານສູນກາງແນວລາວສ້າງຊາດຜູ້ບໍ່ປະຈໍາການ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຂອງ ທ່ານປະທານແນວໂຮມ ແຂວງກວາງຈິ, ພ້ອມກັນນີ້, ສອງຝ່າຍໄດ້ລາຍງານສະພາບໂດຍລວມຢູ່ພາຍໃນແຂວງເປັນຕົ້ນແມ່ນຂົງເຂດການຜະລິດກະສິກໍາອິນຊີ ເພື່ອເປັນບ່ອນອິງໃນການປຶກສາຫາລື, ແລກປ່ຽນຄໍາຄິດຄໍາເຫັນເຊີ່ງກັນແລະກັນ, ໃນນີ້,ກອງປະຊຸມພົບປະຄັ້ງນີ້ສອງຝ່າຍເຫັນດີໃນການສ້າງກົນໄກປະສານງານຮ່ວມມືໃນຂົງເຂດການຜະລິດກະສິກໍາ, ສືບຕໍ່ຈັດຝຶກອົບຮົມດ້ານເຕັກນິກຜະລິດກະສິກໍາແບບທັນສະໄໝໃຫ້ແກ່ວິຊາການເບື້ອງລາວເພື່ອມີຄວາມຮູ້ຄວາມສາມາດອັນແນ່ນອນເຂົ້າໃນຂົງເຂດວຽກງານດັ່ງກ່າວນີ້.
ໃນໂອກາດທີ່ຄະນະຜູ້ແທນເຄື່ອນໄຫວເຮັດວຽກຢູ່ແຂວງກວາງຈິ ທ່ານ ຮອງປະທານ ສູນກາງແນວລາວສ້າງຊາດຜູ້ບໍ່ປະຈໍາການກໍ່ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຮອງເລຂາພັກແຂວງ, ປະທານສະພາແຂວງກວາງຈິ ເພື່ອລາຍງານການມາຢ້ຽມຢາມແລະເຮັດວຽກຂອງຄະນະໃນຄັ້ງນີ້. ຄະນະຜູ້ແທນຈະສືບຕໍ່ເຄື່ອນໄຫວເຮັດວຽກຢູ່ ສສ ຫວຽດນາມຕື່ມອິກ.
info@lfnd.org.la | 021 213754 | (856-21) 453191