ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີພົບປະແລກປ່ຽນວຽກງານການອອກແບບ ແລະ ການຈັດວາງວັດຖຸພັນ

ກົມເຍົາວະຊົນ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ກົມໂຄສະນາ ສູນກາງແນວລາວສ້າງຊາດ ໄດ້ພົບປະແລກປ່ຽນບົດຮຽນກ່ຽວກັບວຽກງານການອອກແບບ ແລະ ການຈັດວາງວັດຖຸພັນ ຢູ່ຫໍມູນເຊື້ອ ໃຫ້ມີຄວາມສວຍງາມ ແລະ ມີເນື້ອໃນຄົບຖ້ວນສົມບູນ ໃນວັນທີ 4 ມີນາ 2021 ທີ່ສູນກາງແນວລາວສ້າງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ແກ້ວອຸດອນ ແສງມະນີວົງ ຄະນະພັກ, ຄະນະເລຂາທິການ, ຫົວໜ້າກົມເຍົາວະຊົນ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ນາງ ແພງພັນ ບຸບຜາພອນ ຮັກສາການຫົວໜ້າກົມໂຄສະນາ ສູນກາງແນວລາວສ້າງຊາດ ພ້ອມດ້ວຍພະນັກງານວິຊາການທັງສອງກົມເຂົ້າຮ່ວມ.

ໂອກາດນີ້, ນາງ ແກ້ວອຸດອນ ແສງມະນີວົງ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຊົມຫໍມູນເຊື້ອແນວລາວສ້າງຊາດ ແລະ ໄດ້ຮັບຟັງການບັນຍາຍກ່ຽວກັບເນື້ອໃນການຈັດວາງສະແດງຮູບພາບ, ອະທິບາຍກ່ຽວກັບປະຫວັດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອ ແລະ ຜົນງານຂອງແນວລາວສ້າງຊາດຜ່ານ 3 ໄລຍະປະຫວັດສາດ ຄື: ແນວລາວອິດສະຫຼະ, ແນວລາວຮັກຊາດ ແລະ ແນວລາວສ້າງຊາດ ໃນປະຈຸບັນ ຕະຫຼອດໄລຍະ 70 ປີຜ່ານມາ (13 ສິງຫາ 1950-13 ສິງຫາ 2020) ທີ່ຕິດພັນກັບພາລະກິດປະຕິວັດຊາດ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະຊາດ ຈາກທ່ານ ຈິດຕະພົງ ໂພທິລັກ ຫົວໜ້າພະແນກຫໍມູນເຊື້ອ ກົມໂຄສະນາ ສູນກາງແນວລາວສ້າງຊາດ.

info@lfnd.org.la | 021 213754 | (856-21) 453191