ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີວາງສີລາເລີກ ກໍ່ສ້າງໂຮງແຮມ ວຽງໄຊ, ໂຄງການພັດທະນາການບໍລິການ, ການຄ້າ ວຽງໄຊ ແລະ ສູນກະສິກຳຕົວແບບ .

ພິທີດັ່ງກ່າວໄດ້ຈັດຂື້ນ ວັນທີ 1 ພະ​ຈິກ 2020, ທີ່​ບ້ານ​ ນາ​ໄກ່, ເມືອງວຽງ​ໄຊ ແຂວງ​ຫົວ​ພັນ, ໂດຍ​ການ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ໄຊ​ສົມ​ພອນ ພົມ​ວິ​ຫານ, ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ປະ​ທານ​ສູນກາງແນວລາວ ສ້າງຊາດ ພ້ອມດ້ວຍຄະນະ, ມີ​ທ່ານ​ ຮອງ​ເລ​ຂາ​ພັກ​ແຂວງ, ຮອງ​ເຈົ້າ​ແຂວງ ແຂວງ​ຫົວ​ພັນ, ກຸ່ມບໍລິສັດ ພົງສະຫວັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກິດຈະກໍາກໍ່ສ້າງໂຮງ​ແຮມ ວຽງ​ໄຊ ແລະ ໂຄງ​ການ​ພັດ​ທະ​ນາ​ການ​ບໍ​ລິ​ການ ການ​ຄ້າ​ວຽງ​ໄຊ ທີ່​ຈະ​ເລີ່ມ​ກໍ່​ສ້າງ​ດັ່ງ​ກ່າວ ແມ່ນ​ການ​ຮ່ວມ​ມື​ລະ​ຫວ່າງ ແນວ​ລາວ​ສ້າງ​ຊາດ ແຂວງ​ຫົວ​ພັນ, ແນວ​ລາວ​ສ້າງ​ຊາດ ເມືອງ ວຽງ​ໄຊ ແລະ ກຸ່ມ​ບໍ​ລິ​ສັດ​ພົງ​ສະ​ຫວັນ ຈຳ​ກັດ; ການ​ພັດ​ທະ​ນາ​ໂຄງ​ການ​ດັ່ງ​ກ່າວ ເປັນ​ຄັ້ງ​ທຳ​ອິດ ທີ່​ກຸ່ມ​ບໍ​ລິ​ສັດ​ ພົງ​ສະ​ຫວັນ ໄດ້​ປະ​ກອບ​ສ່ວນ​ພັດ​ທະ​ນາ​ຢູ່​ເຂດ​ທີ່​ໝັ້ນ​ຂອງ​ການ​ປະ​ຕິ​ວັດ, ເຂດ​ປະ​ຫວັດ​ສາດ​ຂອງ​ການ​ນຳພັກ-ລັດ ທີ່ໄດ້​ຊີ້​ນຳ​ນຳ​ພາ​ຂະ​ບວນ​ການ​ຕໍ່​ສູ້​ປົດ​ປ່ອຍ​ປະ​ເທດ​ຊາດໃນເມື່ອກ່ອນ, ເພື່ອ​ໃຫ້​ເມືອງວຽງ​ໄຊ ນັບ​ມື້​ໄດ້​ຮັບ​ການ​ພັດ​ທະ​ນາ​ຂື້ນ ເພື່ອ​ຄວາມ​ສະ​ດວກ​ໃນ​ການ​ຕອບ​ສະ​ໜອງ​ດ້ານ​ການ​ທ່ອງ​ທ່ຽວ​ ໃຫ້​ແກ່​ແຂກ​ ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ໃຫ້​ໄດ້​ມາດ​ຕະ​ຖານ​ລະ​ດັບ​ພາກ​ພື້ນ ແລະ ສາ​ກົນ;  ເປັນ​ການ​ດືງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວ​ມາ​ທ່ຽວ ຖ້ຳ​ປະ​ຫວັດ​ສາດ, ທ່ອງ​ທ່ຽວ​ທຳ​ມະ​ຊາດ ທີ່​ສວຍ​ງາມ ແລະ ວັດ​ທະ​ນະ​ທຳ​ອັນ​ຫຼາກ​ຫຼາຍ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ ຢູ່​ແຂວງ​ຫົວ​ພັນ. ສະຖານທີ່ກໍ່ສ້າງຕັ້ງຢູ່ ບ້ານນາ​ໄກ່ ເມືອງວຽງ​ໄຊ, ມີ​ເນື້ອ​ທີ່ 10,660 ຕາ​ແມັດ, ຈະ​ສ້າງ​ເປັນ​ອາ​ຄານ​ສຸງ 7 ຊັ້ນ, ໃນ​ນັ້ນ​ຈະ​ມີ: ຫ້ອງ​ບໍ​ລິ​ການ​ຈຳ​ໜ່າຍ​ຊື້​-ຂາຍ ສິນ​ຄ້າ, ໜ່ວຍ​ບໍ​ລິ​ການ​ ທະ​ນາ​ຄານ​ພົງ​ສະ​ຫວັນ ສາ​ຂາ​ແຂວງ​ຫົວ​ພັນ, ມີ​ລະ​ບົບ​ໂຮງ​ແຮມ ແລະ ຮ້ານ​ອາ​ຫານ​

 

ຈາກ​ນັ້ນ​ທ່ານ​ປະ​ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ພ້ອມ​ດ້ວຍ​ຄະ​ນະ​ນຳ ແຂວງ​ຫົວ​ພັນ, ເມືອງວຽງ​ໄຊ ແລະ​ ອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ ໄດ້​ໄປ​ວາງ​ສີ​ລາ​ເລີກ ກໍ່​ສ້າງ​ສູນ​ກະ​ສິ​ກຳ​ຕົວ​ແບບ​ຢູ່ ເຂດ​ກຸ່ມ 5 ເມືອງວຽງ​ໄຊ ແຂວງ​ຫົວ​ພັນ, ສູນ​ກະ​ສິ​ກຳ​ດັ່ງ​ກ່າວ ມີ​ເນື້ອ​ທີ່ ປະ​ມານ 50 ເຮັກ​ຕາ ເຊີ່ງ​ຈະ​ເປັນ​ໂຄງ​ການ​ຊຸກ​ຍູ້​ສົ່ງ​ເສີມ​ການ​ຜະ​ລິດ​ກະ​ສິ​ກຳ​ເປັນ​ສິນ​ຄ້າ ຕິດ​ພັນ​ກັບ​ການ​ທ່ອງ​ທ່ຽວ ຜົນ​ຜະ​ລິດ​ກະ​ສິ​ກຳ, ຈະ​ສ້າງ​ເປັນ​ຕົວ​ແບບ​ທາງ​ດ້ານ​ການ​ປູກ​ຝັງ-ລ້ຽງ​ສັດ ເປັນ​ຕົ້ນ​ແມ່ນ​ການ​ປູກໄມ້​ກິນ​ໝາກ, ປູກ​ພືດ​ຜັກຕ່າງໆ ປອດ​ສານ​ພິດ ແລະ ຈະ​ສົ່ງ​ເສີມ​ການ​ລ້ຽງ​ສັດ​ພື້ນ​ເມືອງ ແລະ ລ້ຽງ​ສັດ​ແບບ​ອຸດ​ສາ​ຫະ​ກຳ ໃນ​ການ​ເພາະ​ພັນ, ການ​ປະ​ສົມ​ພັນ​ທຽມ ແລະ ການ​ສ້າງ​ສາຍ​ພັນ​ໃໝ່, ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ຊາວ​ໜຸ່ມ ແລະ ປະ​ຊາ​ຊົນ ໄດ້​ຈຳ​ນວນ​ໜື່ງ ແລະ ເພື່ອ​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ ທັງ​ເປັນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ຢູ່​ທ້ອງ​ຖິ່ນ ເມືອງວຽງ​ໄຊ ໃຫ້​ນັບ​ມື້​ມີ​ບາດ​ກ້າວ​ຂະ​ຫຍາຍ​ຕົວ​ຂື້ນ.

 

info@lfnd.org.la | 021 213754 | (856-21) 453191