ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີຮັບເຄື່ອງຊ່ວຍເຫຼືອ

ໃນວັນທີ 1 ທັນວາ 2020 ນີ້ ສູນກາງແນວລາວສ້າງຊາດ(ສນຊ)  ໄດ້ຮັບເຄື່ອງຊ່ວຍເຫຼືອລວມມູນຄ່າ 5 ລ້ານກີບ ຈາກພຣະອາຈານ ພົງສະຫວັນ ອານຸສິນ ຄະນະບໍລິຫານງານສູນກາງອົງການພຸດທະສາສະໜາສຳພັນລາວ, ຫົວຫນ້າຫນ່ວຍງານສັງຄົມສົງເຄາະ, ກຳມະທິການສາທາລະນູປະການສູນກາງ, ປະທານມູນນິທິຊ່ວຍເຫລືອຄົນທຸກຍາກສາຂານະຄອນຫຼວງວຽງຈັນ, ຄະນະທີ່ປືກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ແລະ ຄະນະທີ່ປຶກສາວຽກງານສາສະໜາ ຂອງສູນກາງແນວລາວສ້າງຊາດ, ເປັນກຽດກ່າວຮັບໂດຍທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ.

ເຄື່ອງທີ່ໄດ້ຮັບໃນຄັ້ງນີ້ ມີຜ້າຫົ່ມກັນໜາວຈຳນວນ 100 ຜືນ ເພື່ອໃຫ້ສູນກາງແນວລາວສ້າງຊາດ ນຳໄປມອບຕໍ່ຊ່ວຍເຫຼືອໃຫ້ປະຊາຊົນ ຢູ່ເຂດພາກເໜືອ ທີ່ກຳລັງພົບກັບອາກາດໜາວ. ພ້ອມກັນນີ້, ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ພຣະອາຈານ ພົງສະຫວັນ ອານຸສິນ ທີ່ໄດ້ນຳເອົາຜ້າຫົ່ມຈຳນວນດັ່ງກ່າວມາມອບໃຫ້ສູນກາງແນວລາວສ້າງຊາດ ໃນຄັ້ງນີ້.

 

 

 

 

info@lfnd.org.la | 021 213754 | (856-21) 453191