ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີເຊັນບົດບັນທຶກການຮ່ວມມື

ວັນທີ 16 ພຶດສະພາ 2022 ນີ້, ທີ່ສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນບົດບັນທຶກການຮ່ວມມື ລະຫວ່າງ ຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ຄະນະກໍາມະການຊົນເຜົ່າ ແຫ່ງ ລັດຖະບານ ສສ ຫວຽດນາມ ສອງຝ່າຍສືບຕໍ່ຮ່ວມມືນໍາກັນໃນໄລຍະປີ 2022-2030 ຄະນະກໍາມະການສູນກາງແນວລາວສ້າງຊາດ ຕາງໜ້າໂດຍທ່ານ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ແລະ ຄະນະກໍາມະການຊົນເຜົ່າ ແຫ່ງລັດຖະບານ ສສ ຫວຽດນາມ ຕາງໜ້າໂດຍ ທ່ານ ເຮົ່າອາເລັ່ງ ກໍາມະການສູນກາງພັກ, ລັດຖະມົນຕີ, ຫົວໜ້າຄະນະກໍາມະການຊົນເຜົ່າ ຂອງລັດຖະບານ ຫວຽດນາມ; ເປັນກຽດເຂົ້າຮ່ວມມີ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ສປປ ລາວ ແລະ ທ່ານ ເວືອງ ດິງ ເຫວະ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ສສ ຫວຽດນາມ.
ສອງຝ່າຍໄດ້ຕົກລົງຮ່ວມມືວຽກງານໃນຫຼາຍດ້ານ ເປັນຕົ້ນແມ່ນ: ເພີ່ມທະວີວຽກງານປຸກລະດົມຂົນຂວາຍ ໂຄສະນາສຶກສາອົບຮົມເຖິງບັນດາເຜົ່າຂອງສອງປະເທດ ໃນການປະຕິບັດບັນດາແຜນນະໂຍບາຍຂອງພັກ-ລັດ ກ່ຽວກັບວຽກງານຊົນເຜົ່າຢ່າງເລິກເຊິ່ງກວ້າງຂວາງ; ປົກປັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທໍາອັນດີງາມຂອງສອງຊາດ, ເພື່ອປະກອບສ່ວນຊຸກຍູ້ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດລາວ-ຫວຽດນາມ; ຈັດຕັ້ງການພົບປະແລກປ່ຽນບົດຮຽນ ລະຫວ່າງ ປະຊາຊົນຢູ່ລຽບຕາມຊາຍແດນຂອງສອງປະເທດ; ສອງຝ່າຍສະເໜີຕໍ່ລັດຖະບານແຕ່ລະປະເທດກ່ຽວກັບການເຄື່ອນໄຫວຮ່ວມມືກໍ່ສ້າງ, ບໍາລຸງວິຊາສະເພາະ, ຝຶກອົບຮົມວຽກງານຊົນເຜົ່າ, ສອງຝ່າຍເຫັນດີເປັນເອກະພາບວ່າຈະນໍາສະເໜີໃຫ້ບັນດາອົງການຄົ້ນຄວ້າວຽກງານຊົນເຜົ່າ, ຄົ້ນຄ້ວານະໂຍບາຍຊົນເຜົ່າ, ບັນດາຜູ້ຊ່ຽວຊານຂອງແຕ່ລະຝ່າຍ ແນໃສ່ການສ້າງສາຍພົວພັນ, ແລກປ່ຽນຂໍ້ມູນວິທະຍາສາດ, ທິດສະດີກ່ຽວກັບຊົນເຜົ່າ, ນະໂຍບາຍຊົນເຜົ່າ ແລະ ບັນດາບັນຫາທີ່ກ່ຽວພັນເຖິງວຽກງານຊົນເຜົ່າຂອງສອງປະເທດໃນການປະກອບສ່ວນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ການພັດທະນາໃຫ້ມີຄວາມຍືນຍົງຕະຫຼອດໄປ.
ຂ່າວ+ພາບ: ສຸວັນລີ
info@lfnd.org.la | 021 213754 | (856-21) 453191