ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີເປີດງານວາງສະແດງສິນຄ້າ ແລະ ອາຫານ ສະເຫຼີມສະຫຼອງປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ 2022 ແລະ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 72 ປີ.

ໃນວັນທີ 12 ສິງຫາ 2022 ສູນກາງແນວລາວສ້າງຊາດ ຮ່ວມກັບສະມາຄົມໃຫຍ່ຊາວຫວຽດນາມປະຈໍາ ສປປ ລາວ, ສະມາຄົມຄຸນຄ່າລາວ ໄດ້ເປີດງານວາງສະແດງສິນຄ້າ ແລະ ອາຫານ ເພື່ອສະເຫຼີມສະຫຼອງປີສາມັກຄີ ມິດຕະພາບລາວ-ຫວຽດນາມ 2022 ແລະ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 72 ປີ (13/08/1950-13/08/2022) ທີ່ສູນຝຶກອົບຮົມສູນກາງແນວລາວສ້າງຊາດ. ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ເປັນກຽດກ່າວເປີດພິທີຢ່າງເປັນທາງການ.

ພ້ອມດຽວກັນນີ້ ທ່ານ ນາງ ແກ້ວມະນີວອນ ຜາລີຂັນ ກໍາມະການສູນກາງແນວລາວສ້າງຊາດ ປະທານສະມາຄົມຄຸນຄ່າລາວໄດ້ໃຫ້ຮູ້ວ່າ: ໃນພິທີເປີດງານວາງສະແດງສິນຄ້າ ແລະ ອາຫານຄັ້ງນີ້ ແມ່ນໄດ້ເໜັ້ນໃສ່ການສົ່ງເສີມຜະລິດຕະພັນພາຍໃນປະເທດ ຂອງສອງຊາດລາວ-ຫວຽດນາມ ເປັນຕົ້ນ: ເຄື່ອງຫັດຖະກໍາຈັກສານ, ຕໍ່າຫູກທໍໄໝ, ຫຍິບປັກສັກແສ່ວ, ແກະສະລັກແບບລາວໆ, ຜົນຜະລິດກະສິກໍາສະອາດປອດສານພິດ, ອາຫານ ແລະ ເຄື່ອງດື່ມ ດ້ວຍປະຊາຊົນລາວບັນດາເຜົ່າ ລວມທັງການຕົບແຕ່ງເວທີນີ້ກໍ່ຕິດພັນກັບການຊົມໃຊ້ທໍາມະຊາດທີ່ອຸດົມສົມບູນຂອງປະເທດລາວເຮົາ ເປັນຕົ້ນ: ໄມ້ປ່ອງ, ອຸປະກອນ ແລະການປະດັບເອ້ທີ່ມີເອກະລັກຂອງສອງຊາດ ລາວ-ຫວຽດນາມ ພ້ອມກັນນີ້, ກໍ່ຍັງມີການວາງສະແດງການບໍລິການຂອງບໍລິສັດປະກັນໄພ, ທະນາຄານ ຈໍານວນໜຶ່ງ.

ການຈັດວາງບູດສະແດງສິນຄ້າ ປະກອບມີ 35 ບູດ ແລະ 25 ຫົວໜ່ວຍ ທັງພາກລັດ ແລະ ຜູ້ປະກອບການທຸລະກິດ ມາວາງສະແດງ ໃນນັ້ນ ມີເຄື່ອງຫັດຖະກໍາ 9 ຮ້ານ, ກະສິກໍາ 3 ຮ້ານ, ອາຫານ ແລະ ເຄື່ອງດື່ມ 9 ຮ້ານ, ການບໍລິການ 2 ບູດ ແລະ ອື່ນໆ. ເຊິ່ງຈະໄດ້ດໍາເນີນເປັນເວລາ 3 ວັນ ນັບແຕ່ວັນທີ 11-13/8/2022.

ບກ: ສືເຊັ່ງ

ຂ່າວ+ພາບ: ໄຊວ່າງ

 

 

info@lfnd.org.la | 021 213754 | (856-21) 453191