ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີເປີດຊຸດຝຶກອົບຮົມວຽກງານກໍ່ສ້າງພັກ-ພະນັກງານ

ໃນວັນທີ 9 ພະຈິກ 2020 ນີ້, ທີ່ສູນຝຶກອົບຮົມສູນກາງແນວລາວສ້າງຊາດ ໄດ້ເປີດກອງປະຊຸມຝຶກອົບຮົມວຽກງານກໍ່ສ້າງພັກ-ພະນັກງານ ໃຫ້ແກ່ພະນັກງານຫຼັກແຫຼ່ງແນວລາວສ້າງຊາດ ໂດຍເປັນປະທານຂອງສະຫາຍ ນ. ຄໍາຈັນ ພົມແສງສະຫວັນ ຮອງປະທານ ສນຊ, ມີທ່ານ ຄໍາຢາດ ຣາຊດາວົງ ຫົວໜ້າກົມຈັດຕັ້ງ-ພະນັກງານ ສນຊ ໂດຍເຂົ້າຮ່ວມເປັນວິທະຍາກອນຂອງທ່ານ ດອນ ໄພວົງ ຮອງຫົວໜ້າກົມກໍ່ສ້າງພັກ ຈາກຄະນະຈັດຕັ້ງສູນກາງພັກ, ມີນັກສໍາມະນາກອນຈາກແນວລາວສ້າງຊາດບັນດາແຂວງທົ່ວປະເທດເຂົ້າຮ່ວມທັງໝົດ 68 ສະຫາຍ, ຍິງ 33 ສະຫາຍ.

ທ່ານ ຮອງປະທານ ສນຊ ໄດ້ເປັນກຽດກ່າວເປີດກອງປະຊຸມຢ່າງເປັນທາງ ກ່ອນອື່ນໝົດທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບ ໂດຍສະເພາະແມ່ນກົມຈັດຕັ້ງ ທີ່ໄດ້ ມີການຫ້າງຫາກະກຽມເຮັດໃຫ້ຊຸດຝຶກອົບຮົມຄັ້ງນີ້ ໄດ້ຮັບການຈັດຕັ້ງປະຕິບັດຕາມແຜນການ ຊຶ່ງຄັ້ງນີ້ເປັນຄັ້ງທີ 3 ໃນການຝຶກອົບຮົມວຽກງານກໍ່ສ້າງພັກ-ພະນັກງານ. ມີຄວາມສໍາຄັນ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ແລະ ແນວລາວສ້າງຊາດ ແຕ່ລະຂັ້ນ ເຂົ້າສູ່ວຽກງານຕົວຈິງຂອງບັນດາກົມ ແລະ ຂະແຫນງ-ຫນ່ວຍງານ ຢູ່ຂັ້ນທ້ອງຖິ່ນ. ພວກເຮົາຕ້ອງສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ເພື່ອກຽມພ້ອມຈັດຕັ້ງ ປະຕິບັດວຽກງານຕົວຈິງ ໃຫ້ມີຄວາມສອດຄ່ອງກັບຫນ້າທີ່ການເມືອງ ໃນໄລຍະໃຫມ່. ດັ່ງທີ່ພວກເຮົາຮັບຮູ້ນໍາກັນແລ້ວວ່າ ວຽກງານກໍ່ສ້າງພັກ-ພະນັກງານ ແມ່ນວຽກງານຍຸດທະສາດ ສໍາຄັນອັນຫນຶ່ງ ໃນວຽກງານພັດທະນາພະນັກງານຂອງພັກຢ່າງມີຫຼັກການ, ມີວິທະຍາສາດ, ທັງເປັນພື້ນຖານການຈັດຕັ້ງປະຕິບັດບັນດາເນື້ອໃນວຽກງານຈັດຕັ້ງພະນັກງານ ແລະ ການຄຸ້ມຄອງພະນັກງານ ໃຫ້ມີປະສິດທິຜົນ ເພື່ອຕອບສະຫນອງຕາມຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ການເມືອງຂອງພັກ-ລັດ ໃນສະເພາະຫນ້າ ແລະ ຍາວນານ, ບັນຫາສໍາຄັນອັນຫນຶ່ງໃນວຽກງານກໍ່ສ້າງພັກ ແມ່ນວຽກງານບໍາລຸງພະນັກງານ, ມີພະນັກງານທີ່ເຂັ້ມແຂງ ຈຶ່ງຈະສາມາດເປັນກໍາລັງແຮງ ໃນການປະຕິບັດແນວທາງແຜນນະໂຍບາຍຂອງພັກ ໄດ້ຢ່າງມີຜົນສໍາເລັດ ໃນພາລະກິດປະຕິບັດສອງຫນ້າທີ່ຍຸດທະສາດ ຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພັກເຮົາຍາມໃດກໍ່ຖືພະນັກງານ ແລະ ວຽກພະນັກງານ ເປັນຂໍກຸນແຈ, ເປັນຕ່ອງໂສ້ສໍາຄັນໃນທຸກໄລຍະ; ໃນນັ້ນ, ຖືການກໍ່ສ້າງ-ບໍາລຸງຖັນແຖວພະນັກງານ ເປັນຂອດທີ່ສໍາຄັນ, ສ້າງພະນັກງານໃຫ້ມີຄວາມຮູ້ ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ ຕົ້ນຕໍ່ ແມ່ນພະນັກງານ ທີ່ມີຕໍາແຫນ່ງນໍາພາ-ຄຸ້ມຄອງ ແລະ ພະນັກງານ ສືບທອດປ່ຽນແທນ ຢູ່ແຕ່ລະຂັ້ນ ຕ້ອງໄດ້ຮັບການກໍ່ສ້າງ ແລະ ຍົກສູງຄວາມຮັບຮູ້ວຽກງານກໍ່ສ້າງພັກ-ພະນັກງານ ເປັນປົກກະຕິ.

 

ທ່ານໄດ້ ຮຽກຮ້ອງຕໍ່ຊຸດຝຶກອົບຮົມໃນຄັ້ງນີ້: ໃຫ້ແຕ່ລະຫນ່ວຍພັກ, ນັກສໍາມາມະນາກອນ ຢູ່ສູນກາງ ແລະ ມາຈາກ ທ້ອງຖິ່ນ ໃຫ້ພ້ອມກັນເອົາໃຈໃສ່ປຶກສາຫາລືແລກປ່ຽນບົດຮຽນນໍາວິທະຍາກອນ ຢ່າງຫ້າວຫັນ, ຍົກເອົາບັນຫາຕົວຈິງ ຢູ່ແຕ່ລະຫນ່ວຍພັກ ແລະ ທ້ອງຖິ່ນມາສົນທະນາແລກປ່ຽນບົດຮຽນນໍາຄູອາຈານ, ບັນຫາໃດທີ່ບໍ່ທັນແຈ້ງ ໃຫ້ຈິງໃຈຖາມເພື່ອເປັນບົດຮຽນໃນການຈັດຕັ້ງປະຕິບັດ, ຄົ້ນຄວ້າ ແລະ ພິຈາລະນາໃຫ້ເຂົ້າໃຈຢ່າງເລິກເຊິ່ງ, ສາມາດສະຫຼຸບຕີລາຄາດ້ວຍເຫດ ແລະ ຜົນ, ມີສ່ວນຮ່ວມໃນການປະກອບ ຄໍາຄິດຄໍາເຫັນ ແລະ ປະຕິບັດ ເວລາຂອງຊຸດຝຶກອົບຮົມ ໃຫ້ເຂັ້ມງວດ; ຕ້ອງຮັບປະກັນໃຫ້ໄດ້ຮັບຜົນສໍາເລັດ ຕາມຈຸດປະສົງ ແລະ ລະດັບຄາດຫມາຍຂອງການຝຶກອົບຮົມ ເພື່ອສາມາດນໍາໄປຈັດຕັ້ງຜັນຂະຫຍາຍ ຊຸກຍູ້ໃຫ້ວຽກພັກ-ພະນັກງານ ຢູ່ອົງການແນວລາວສ້າງຊາດ ທຸກຂັ້ນ ໃຫ້ໄດ້ ຮັບການຈັດຕັ້ງປະຕິບັດ ແລະ ຮັບປະກັນທາງດ້ານຄຸນນະພາບ ຕາມຄວາມຮຽກຮ້ອງຕ້ອງການຂອງພັກ ແລະ ກອງປະຊຸມ ຈະດໍາເນີນເປັນເວລາ 3 ວັນເຕັມ ເລີ່ນແຕ່ວັນທີ 9-11 ພະຈິກ 2020.  

info@lfnd.org.la | 021 213754 | (856-21) 453191