ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີໂຮມຊຸມນຸມໃຫຍ່ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ

ໃນຕອນເຊົ້າວັນທີ 13 ສິງຫາ 2020 ທີ່ຫໍປະຊຸມແຫ່ງຊາດ, ສູນກາງແນວລາວສ້າງຊາດ ໄດ້ຈັດພິທີໂຮມຊຸມນຸມໃຫຍ່  ສະເຫລີມສະຫລອງວັນ ສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ (13/8/1950-13/8/2020) ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີການນຳພັກ-ລັດ, ພະນັກງານປະຕິວັດອາວຸໂສ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ແນວລາວສ້າງຊາດ ແມ່ນອົງການສໍາພັນ ທາງການເມືອງ ທົ່ວສັງຄົມ, ເປັນສະຫະພັນຂອງອົງການ ຈັດຕັ້ງການເມືອງ, ອົງການຈັດຕັ້ງການເມືອງ-ສັງຄົມ, ອົງການຈັດຕັ້ງສັງຄົມ ແລະ ບຸກຄົນທີ່ເປັນຕົວແທນ ໃຫ້ແກ່ຊັ້ນຄົນ, ຊົນເຜົ່າ, ສາສະໜາ, ເພດ, ໄວ ລວມທັງຕົວແທນ ຄົນເຊື້ອຊາດລາວ ທີ່ດໍາລົງຊີວິດຢູ່ຕ່າງປະເທດ ບົນພື້ນຖານຄວາມຕື່ນຕົວ ແລະ ສະໝັກໃຈ, ສ້າງຕັ້ງຂຶ້ນບົນພື້ນຖານ ພັນທະພາບກໍາມະກອນ, ຊາວກະສິກອນ, ນັກຮຽນຮູ້ປັນຍາຊົນ ແລະ ຊັ້ນຄົນທີ່ກ້າວໜ້າ ໂດຍມີພັກປະຊາຊົນ ປະຕິວັດລາວເປັນແກນນໍາ ເພື່ອເຂົ້າຮ່ວມພາລະກິດ ຕໍ່ສູ້ກູ້ຊາດໃນເມື່ອກ່ອນ, ປະກອບສ່ວນເຂົ້າ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດໃນປັດຈຸບັນ.

 

ທ່ານ ໄຊສົມພອນ ພົມວິຫານ ໃຫ້ຮູ້ຕື່ມວ່າ: ຕະຫລອດໄລຍະ 70 ປີຜ່ານມາ, ແນວລາວສ້າງຊາດ ຍາມໃດ ກໍໄດ້ເອົາໃຈໃສ່ ປັບປຸງຕົນເອງ ຕາມແຕ່ລະສະໄໝ ຂອງການປະຕິວັດ, ປັບປຸງກົງຈັກການຈັດຕັ້ງ ໃຫ້ໜັກແໜ້ນ ເຂັ້ມແຂງ, ບຳລຸງກໍ່ສ້າງພະນັກງານ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ໃນຂະບວນການວຽກງານຕົວຈິງ ທັງດ້ານປະລິມານ ແລະ ຄຸນນະພາບ, ເອົາໃຈໃສ່ປະຕິບັດວຽກງານ ການທູດປະຊາຊົນ ຕາມແນວທາງການ ຕ່າງປະເທດຂອງພັກ ໃນຂົງເຂດແນວລາວສ້າງຊາດ. ນອກຈາກນີ້, ຍັງໄດ້ປັບປຸງ, ສ້າງນິຕິກຳ ແລະ ກົດໝາຍວ່າດ້ວຍແນວລາວສ້າງຊາດ. ພ້ອມນີ້, ຍັງໄດ້ຊຸກຍູ້ນໍາພາການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ, ເມືອງສາມັກຄີປອງດອງ ແລະ ຕິດພັນກັບການແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ

ການໂຮມຊຸມນຸມລະນຶກ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີຄັ້ງນີ້ ແມ່ນປີໃຫຍ່, ເປັນໂອກາດ ໃຫ້ພວກເຮົາໄດ້ທົບທວນ ຄືນມູນເຊື້ອອັນມີກຽດສະຫງ່າ ແລະ ຜົນງານ ທີ່ແນວລາວສ້າງຊາດແຕ່ລະຂັ້ນຍາດມາໄດ້ ແລະ ເພື່ອເປັນການຢັ້ງຢືນຄືນເຖິງ ການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການແນວລາວສ້າງຊາດ ຕິດພັນກັບການເຄື່ອນໄຫວ ຂອງອົງການຈັດຕັ້ງ ແລະ ບຸກຄົນພະນັກງານ, ທະຫານ, ຕໍາຫລວດ ຕະຫລອດຮອດ ປະຊາຊົນລາວ ບັນດາເຜົ່າ, ຊັ້ນຄົນຕ່າງໆ ທີ່ມີຫລາຍຮູບຫລາຍສີຫລາຍລະດັບ, ມີຫລາຍເຫດການທີ່ພົ້ນເດັ່ນ ໂດຍສະເພາະແມ່ນ ແນວລາວສ້າງຊາດ ມີຄວາມສາມາດເຕົ້າໂຮມ ຄວາມສາມັກຄີ ປະຊາຊົນບັນດາເຜົ່າ, ຊັ້ນຄົນ, ທຸກສາຂາອາຊີບ, ຜູ້ຊົງຄຸນວຸທິ, ນັກບວດ ແລະ ເຈົ້າກົກເຈົ້າເຫລົ່າ ບົນພື້ນຖານພັນທະພາບກຳມະກອນ, ກະສິກອນ, ປັນຍາຊົນ ປະຕິວັດ, ຊົນຊັ້ນທີ່ຮັກຊາດ ຢູ່ພາຍໃຕ້ການນຳຂອງພັກ. ພ້ອມນີ້, ແນວລາວສ້າງຊາດ ໄດ້ເຄື່ອນໄຫວຕໍ່ສູ້ທາງການ ເມືອງ ແລະ ດຶງດູດເອົາການສະໜັບ ສະໜູນຊ່ວຍເຫລືອ ຢ່າງກວ້າງຂວາງຈາກຕ່າງປະເທດ, ບັນດາປະເທດເພື່ອມິດສາກົນ, ບັນດາປະເທດ ທີ່ຮັກຫອມສັນຕິພາບ ແລະ ຕໍ່ສູ້ເພື່ອຄວາມກ້າວໜ້າ ທາງສັງ ຄົມຢູ່ໃນໂລກ.

info@lfnd.org.la | 021 213754 | (856-21) 453191