ສູນກາງແນວລາວສ້າງຊາດ

Lao Front For National Development

ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮົບຜູ້ເສຍອົງຄະ

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ(ວັນທີ 2 ທັນວາ 1975- ວັນທີ 2 ທັນວາ 2020), ສູນກາງແນວລາວສ້າງຊາດ ຮ່ວມກັບອົງການພຸດທະສາສະໜາສຳພັນລາວ ແລະ ມູນນິທິຊ່ວຍເຫຼືອຄວາມທຸກຍາກ ສາຂານະຄອນຫຼວງວຽງຈັນ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮົບຜູ້ເສຍອົງຄະ 176 ທ່ານ ລວມເປັນມູນຄ່າ 54,480,000 ກີບ ; ເປັນກຽດກ່າວມອບໂດຍ ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ແລະ ພຣະອາຈານ ພົງສະຫວັນ ອານຸສິນ ຄະນະບໍລິຫານງານສູນກາງອົງການພຸດທະສາສະໜາສຳພັນລາວ, ຫົວຫນ້າຫນ່ວຍງານສັງຄົມສົງເຄາະ, ກຳມະທິການສາທາລະນູປະການສູນກາງ, ປະທານມູນນິທິຊ່ວຍເຫລືອຄົນທຸກຍາກສາຂານະຄອນຫຼວງວຽງຈັນ, ຄະນະທີ່ປືກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ແລະ ຄະນະທີ່ປຶກສາວຽກງານສາສະໜາ ຂອງສູນກາງແນວລາວສ້າງຊາດ, ເປັນກຽດກ່າວຮັບໂດຍ ທ່ານ ໂອ່ຍຄຳ ປານດາທອງ ຫົວໜ້າສູນເສຍອົງຄະພິເສດ 790; ໃນວັນທີ 1 ທັນວາ 2020 ນີ້ ທີ່ສູນເສຍອົງຄະພິເສດ 790

ເຄື່ອງທີ່ນຳມາມອບໃນຄັ້ງນີ້ ມີຜ້າຫົ່ມ, ເຂົ້າສານ, ໝີ່ສຳເລັດຮູບ ແລະ ປ໋ອງປາ ລວມເປັນມູນຄ່າ 54,480,000 ກີບ. ໂອກາດນີ້, ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫຼະເລືອດເນື້ອ, ເຫື່ອແຮງ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ ສາມາດຍາດໄດ້ໄຊຊະນະ ເຮັດໃຫ້ປະເທດຊາດຂອງພວກເຮົາໄດ້ຮັບການປົດປ່ອຍ. ພ້ອມທັງໄດ້ກ່າວອວຍພອນໃຫ້ນັກຮົບຜູ້ເສຍອົງຄະຈົ່ງມີສຸຂະພາບເຂັ້ມແຂງ, ມີອາຍຸໝັ້ນຍືນຍາວ, ເປັນຫຼັກແຫຼ່ງແຫ່ງການເຕົ້າໂຮມລູກຫຼານ, ເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນລາວບັນດາເຜົ່າໃຫ້ເປັນປຶກແຜ່ນແໜ້ນໜາ ເພື່ອພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງສີລິໄລ ຕາມແນວທາງນະໂຍບາຍຂອງພັກ-ລັດ ແລະ ຄວາມມຸ່ງຫວັງຂອງປະຊາຊົນລາວ.

ທ່ານ ໂອ່ຍຄຳ ປານດາທອງ ໄດ້ຫວນຄືນປະຫວັດຄວາມເປັນມາ ຂອງສູນເສຍອົງຄະພິເສດ 790 ໂດຍຫຍໍ້ ແລະ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ສູນກາງແນວລາວສ້າງຊາດ, ອົງການພຸດທະສາສະໜາສຳພັນລາວ ແລະ ມູນນິທິຊ່ວຍເຫຼືອຄວາມທຸກຍາກ ສາຂານະຄອນຫຼວງວຽງຈັນ ທີ່ໄດ້ນຳເອົາເຄື່ອງຊ່ວຍເຫຼືອຈຳນວນດັ່ງກ່າວມາມອບໃຫ້ນັກຮົບຜູ້ເສຍອົງຄະ ໃນຄັ້ງນີ້.

 

 

 

 

 

info@lfnd.org.la | 021 213754 | (856-21) 453191