ສູນກາງແນວລາວສ້າງຊາດ

Lao Front For National Development

ມອບເຄື່ອງຊ່ວຍເຫຼືອໃຫ້ສູນພັດທະນາຜູ້ເສຍອົງຄະ 489

ເນື່ອງໃນໂອກາດວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດ ຂອງ ທ່ານ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ສູນກາງແນວລາວສ້າງຊາດ ຮ່ວມກັບອົງການພຸດທະສາສະໜາສຳພັນລາວ ແລະ ມູນນິທິຊ່ວຍເຫຼືອຄົນທຸກຍາກ ສາຂານະຄອນຫຼວງວຽງຈັນ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ສູນພັດທະນາຜູ້ເສຍອົງຄະ 489  ໃນວັນທີ 16 ທັນວາ 2020, ທີ່ສູນພັດທະນາຜູ້ເສຍອົງຄະ 489. ເຊິ່ງເປັນກຽດກ່າວມອບ ໂດຍ ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານ ສູນກາງແນວລາວສ້າງຊາດ, ພຣະອາຈານພົງສະຫວັນ ອານຸສິນ ຄະນະບໍລິຫານງານສູນກາງ ອົງການພຸດທະສາສນາສຳພັນ ແຫ່ງ ປະເທດລາວ, ຫົວໜ້າໜ່ວຍງານສັງຄົມສົງເຄາະ, ກຳມະທິການສາທາລະນູປະການສູນກາງ, ປະທານມູນນິທິຊ່ວຍເຫລືອຄົນທຸກຍາກສາຂານະ ຄອນຫລວງວຽງຈັນ, ຄະນະທີ່ປືກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ແລະ ຄະນະທີ່ປຶກສາວຽກງານສາສະໜາຂອງສູນກາງແນວລາວສ້າງຊາດ, ມີບັນດາທ່ານປະທານມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ, ທ່ານ ປະທານຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ, ຄອບຄົວການນຳ ແລະ ພາກສ່ວນທີ່ກ່ຽວຂ້ອງທີ່ປະກອບສ່ວນວັດຖຸປັດໃຈດັ່ງກ່າວເຂົ້າຮ່ວມ, ເປັນກຽດກ່າວຮັບໂດຍ ທ່ານ ສາຍແກ້ວ ຈໍຈະເລັນພົນ ຫົວໜ້າສູນພັດທະນາຜູ້ເສຍອົງຄະ 489; ເຊິ່ງເຄື່ອງທີນຳມາມອບໃນຄັງນີ້ ມີເຄື່ອງອຸປະໂພກ ແລະ ບໍລິໂພກ ລວມເປັນມູນຄ່າ 36,000,000 ກີບ. ໃຫ້ບັນດາຄອບຄົວຜູ້ເສຍອົງຄະ ຈຳນວນ 80 ຄອບຄົວ.

ໂອກາດນີ້, ທ່ານຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ກ່າວສະແດງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງເຖິງຄຸນງາມຄວາມດີຕໍ່ບັນດາທ່ານນັກຮົບປະຕິວັດ ທີ່ໄດ້ເສຍສະຫຼະເລືອດເນື້ອຊີວິດ ຕໍ່ສູ້ຕ້ານສັດຕູຮຸກຮານ ສາມາດຍາດໄດ້ໄຊຊະນະ ເຮັດໃຫ້ປະເທດຊາດຂອງພວກເຮົາໄດ້ຮັບການປົດປ່ອຍ. ເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນລາວບັນດາເຜົ່າໃຫ້ເປັນປຶກແຜນແໜ້ນໜາ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລລ ຕາມແນວທາງນະໂຍບາຍຂອງພັກ-ລັດ.

 

ໃນພິທີໄດ້ຮັບຟັງການລາຍງານສະພາບລວມໂດຍຫໍ້ຍກ່ຽວກັບສູນພັດທະນາຜູ້ເສຍອົງຄະ 489 ຈາກ ທ່ານ ສາຍແກ້ວ ຈໍຈະເລັນພົນ ຫົວໜ້າສູນພັດທະນາຜູ້ເສຍອົງຄະ 489. ເຊິ່ງທ່ານໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ; ສະພາບຈຸດພິເສດ, ລະບົບການຈັດຕັ້ງ ແລະ ການປະຕິບັດນະໂຍບາຍຕໍ່ພະນັກງານເສຍອົງຄະ. ສູນພັດທະນາເສຍອົງຄະ 489 ເປັນບ່ອນເຕົ້າໂຮມອາດີດນາຍ ແລະ ພົນທະຫານ ທີ່ເສຍອົງຄະ ຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ ເຂົ້າລວມຕົວກັນ ເປັນການຈັດຕັ້ງໜຶ່ງ ຫຼື ເປັນຊຸມຊົນໜຶ່ງ, ພ້ອມທັງໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ສູນກາງແນວລາວສ້າງຊາດ, ອົງການພຸດທະສາສະໜາສຳພັນລາວ ແລະ ມູນນິທິຊ່ວຍເຫຼືອຄວາມທຸກຍາກ ສາຂານະຄອນຫຼວງວຽງຈັນ ທີ່ໄດ້ນຳເອົາເຄື່ອຊ່ວຍເຫຼືອຈຳນວນດັ່ງກ່າວມາມອບໃຫ້ນັກຮົບຜູ້ເສຍອົງຄະໃນຄັ້ງນີ້.

info@lfnd.org.la | 021 213754 | (856-21) 453191