ສູນກາງແນວລາວສ້າງຊາດ

Lao Front For National Development

ມອບເງິນຊ່ວຍເຫຼືອແນວລາວສ້າງຊາດແຂວງຫົວພັນ

ເນື່ອງໃນໂອກາດທີ່ ທ່ານ ກູ້ຊົງ ສີຕົງເຊັ້ງ, ຮອງຫົວໜ້າສູນຝຶກອົບຮົມ ສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນ, ໄດ້ນໍາເອົາເງິນຈໍານວນ 5 ລ້ານກີບໄປມອບໃຫ້ແກ່ແນວລາວສ້າງຊາດແຂວງຫົວພັນ ໃນວັນທີ 24 ມິຖຸນາ 2021 ນີ້, ທີ່ແຂວງຫົວພັນ ໂດຍເປັນກຽດກ່າວຮັບຂອງ ທ່ານ ວົງເພັດ ກຽນສິງຮັກ ປະທານແນວລາວສ້າງຊາດແຂວງ ໃນໂອກາດນີ້, ທ່ານປະທານແນວລາວສ້າງຊາດແຂວງຫົວພັນ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ສູນກາງແນວລາວສ້າງຊາດທີ່ໄດ້ນຳເອົາວັດຖຸປັດໃຈມາມອບໃຫ້ໃນຄັ້ງນີ້. ເພື່ອເປັນການຊຸກຍູ້ວຽກງານແນວລາວສ້າງຊາດແຂວງ ເຊິ່ງທ່ານໃຫ້ຄໍາໝັ້ນສັນຍາວ່າຈະນໍາເອົາເງິນຈໍານວນດັ່ງກ່າວໄປໝູນໃຊ້ໃນວຽກງານທີ່ຈໍາເປັນໃຫ້ມີປະໂຫຍດອັນສູງສຸດ.

info@lfnd.org.la | 021 213754 | (856-21) 453191