ສູນກາງແນວລາວສ້າງຊາດ

Lao Front For National Development

ມອບ-ຮັບເຄື່ອງຊ່ວຍເຫຼືອມູນຄ່າ12ລ້ານກີບ.

ກົມໂຄສະນາ ສູນກາງແນວລາວສ້າງຊາດ ໄດ້ຮັບເຄື່ອງ ຊ່ວຍເຫຼືອຈາກ ທ່ານປ້າ ສີສະຫຼຽວ ທໍາມະເທວາ ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ລວມມູນຄ່າ 12 ລ້ານກີບ ໃນວັນທີ 22 ທັນວາ 2020 ນີ້, ທີ່ ສນຊ ກ່າວຮັບໂດຍທ່ານ ນ. ແພງພັນ ບຸບຜາພອນ ຮັກສາການຫົວໜ້າກົມໂຄສະນາ, ມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ນ. ແພງພັນ ບຸບຜາພອນ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກ ພ້ອມດ້ວຍຄະນະ ທີ່ມີນໍ້າໃຈເອື້ອເຟື້ອເພື່ອແຜ່ໃຫ້ການຊ່ວຍເຫຼືອຄັ້ງນີ້, ພວກເຮົາຈະນໍາເອົາໄປຊ່ວຍເຫຼືອປະຊາຊົນ ຢູ່ ແຂວງຫົວພັນ ເພື່ອປະກອບສ່ວນໃນການບັນເທົາໜາວ.
info@lfnd.org.la | 021 213754 | (856-21) 453191