ສູນກາງແນວລາວສ້າງຊາດ

Lao Front For National Development

ມະຕິ 108/ກມສພ ຈະຖືກຜັນຂະຫຍາຍເຂົ້າໃນພຶດຕິກຳຕົວຈິງ

ວັນທີ 29 ກັນຍາ 2020 ນີ້, ທີ່ສູນຝຶກອົບຮົມ ສູນກາງແນວລາວສ້າງຊາດ (ສນຊ) ຄະນະຮັບຜິດຊອບສ້າງຫລັກສູດ ໄດ້ຈັດກອງປະຊຸມທົບທວນຄືນຫົວຂໍ້ ແລະຄວາມຄືບໜ້າໃນການສ້າງໂຄງຮ່າງຫຼັກສູດຝຶກອົບຮົມ ເພື່ອເປັນການຜັນຂະຫຍາຍມະຕິ 108 ຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນໄລຍະໃໝ່ ຄັ້ງທີ II ໂດຍການເປັນປະທານ ຂອງ ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານ ສນຊ ມີບັນດາທ່ານຄະນະຮັບຜິດຊອບຈາກ 7 ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ແນໃສ່ທົບທວນຄືນຄວາມຄືບໜ້າການກະກຽມໂຄງຮ່າງ ແລະ ເນື້ອໃນເອກະສານ ໃນການຈັດຕັ້ງຜັນຂະຫຍາຍມະຕິ 108/ກມສພ ຈໍານວນ 7 ຫົວຂໍ້ທີ່ໄດ້ເອກະພາບກັນໃນທ້າຍເດືອນ7/2020 ເພື່ອຄວາມເປັນເອກະພາບທາງດ້ານຫົວຂໍ້, ໂຄງຮ່າງ ແລະ ເນື້ອໃນຫຼັກສູດໃຫ້ຕິດພັນກັບ ມະຕິດັ່ງກ່າວ ພ້ອມກັນນັ້ນ, ຄະນະຮັບຜິດຊອບສ້າງຫຼັກສູດໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ຫົວຂໍ້, ໂຄງຮ່າງ ແລະ ເນື້ອໃນເອກະສານດັ່ງກ່າວໂດຍພື້ນຖານ.
info@lfnd.org.la | 021 213754 | (856-21) 453191