ສູນກາງແນວລາວສ້າງຊາດ

Lao Front For National Development

ສນຊ ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມວຽກງານກວດກາ ແລະ ວຽກງານຈັດຕັ້ງ-ພະນັກງານ ທົ່ວປະເທດ ປະຈໍາປີ 2019

ໃນວັນທີ 13 ກຸມພາ 2020 ນີ້, ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມວຽກງານກວດກາ ແລະ ວຽກງານຈັດຕັ້ງ-ພະນັກງານ ທົ່ວປະເທດ ປະຈໍາປີ 2019 ໂດຍການເປັນປະທານຂອງທ່ານ ນ. ຄໍາຈັນ ພົມແສງສະຫວັນ ຮອງປະທານ ສນຊ, ມີບັນດາທ່ານຮອງປະທານ ສນຊ, ຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ, ສູນຝຶກອົບຮົມ ແລະ ພະນັກງານ-ລັດຖະກອນຂອງ ສນຊ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້, ເພື່ອເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມວຽກງານກວດກາ ແລະ ວຽກງານຈັດຕັ້ງ-ພະນັກງານ ທົ່ວປະເທດ ປະຈໍາປີ 2019, ກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບການເຄື່ອນໄຫວວຽກ ງານຕິດຕາມກວດກາ ປະຈໍາປີ 2019 ແລະ ທິດທາງແຜນການປີ 2020 ຂອງກົມກວດກາສູນກາງແນວລາວສ້າງຊາດ; ຂໍ້ກໍານົດ ວ່າດ້ວຍການຄົ້ນຄວ້າພິຈາລະນາແກ້ໄຂຄໍາຮ້ອງຟ້ອງ, ຮ້ອງທຸກ ແລະ ຄໍາສະເໜີ; ບົດສະຫຼຸບຫຍໍ້ການເຄື່ອນ ໄຫວວຽກງານກວດກາປີ 2019 ແລະ ທິດທາງແຜນການປີ 2020 ຂອງຄະນະກວດກາສູນກາງພັກ ແລະ ໄດ້ຮັບຟັງບົດໂອ້ລົມຂອງສະຫາຍ ບຸນທອງ ຈິດມະນີ, ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນ ຕີ, ປະທານ ຄະນະກວດກາສູນກາງພັກ, ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2019, ພ້ອມກັນນັ້ນ, ກອງປະຊຸມຄັ້ງນີ້ ໄດ້ຮັບຟັງ ບົດສະຫຼຸບຕີລາຄາສະ ພາບການຈັດຕັ້ງປະຕິບັດວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໄລຍະ 1 ປີ ຜ່ານມາ ແລະ ທິດທາງໜ້າທີ່ປີ 2020 ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 01/ຄຈສພ, ລົງວັນທີ 8 ມັງກອນ 2020 ຂໍ້ກໍານົດວ່າດ້ວຍການຢັ້ງຢືນລະດັບທິດສະດີການເມືອງ ຂອງກົມການເມືອງສູນກາງພັກ.
ໃນໂອກາດນີ້, ທ່ານ ນ. ຄໍາຈັນ ພົມແສງສະຫວັນ ໄດ້ສະແດງຄວາມຍ້ອງຍໍຊົມຕໍ່ຜົນງານຂອງກົມກວດກາ ແລະ ກົມຈັດຕັ້ງ-ພະນັກງານໃນໄລຍະ 1 ປີ ຜ່ານມາ, ທ່ານໄດ້ເນັ້ນບາງເນື້ອໃນທີ່ສໍາຄັນຕື່ມອີກວ່າ: ພັກ-ລັດເຮົາ ຍາມໃດກໍ່ໃຫ້ຄວາມສໍາຄັນ ແລະ ມີທັດສະນະຢ່າງຈະແຈ້ງຕໍ່ວຽກງານກວດກາວ່າ: ການຕິດຕາມກວດກາແມ່ນໜຶ່ງໃນພາລະບົດບາດຕົ້ນຕໍແຫ່ງການນໍາພາຂອງພັກ, ບໍ່ມີການກວດກາ ກໍ່ບໍ່ມີການນໍາພາວຽກງານຕິດຕາມ-ກວດກາແມ່ນວຽກທີ່ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ເປັນວຽກທີ່ຕ້ອງເຮັດເປັນປົກກະຕິ ແລະ ຂາດບໍ່ໄດ້ ສໍາລັບການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ; ທຸກການຈັດການຈັດຕັ້ງ ແລະ ສະມາຊິກພັກ, ພະນັກງານທຸກຄົນລ້ວນແຕ່ຢູ່ພາຍໃຕ້ການຕິດຕາມ-ກວດກາຂອງພັກ; ຄະນະ ພັກແຕ່ລະຂັ້ນ ເປັນຜູ້ຮັບຜິດຊອບໂດຍກົງເປັນຜູ້ຊີ້ນໍາທັງເປັນຜູ້ຕິດຕາມ-ກວດກາທຸກການເຄື່ອນໄຫວຂອງການຈັດຕັ້ງ ແລະ ສະມາຊິກພັກ, ພະນັກງານທີ່ຢູ່ໃຕ້ການນໍາພາ-ຄຸ້ມຄອງຂອງຕົນ ເປັນຜູ້ພິຈາລະນາແກ້ໄຂຜົນຂອງການກວດກາແຕ່ລະຄັ້ງ, ແຕ່ລະເປົ້າໝາຍ, ມີຄວາມຮັບຜິດຊອບນໍາພາ-ຊີ້ນໍາ ຄະນະກວດກາ ແລະ ພະນັກງານກວດກາຢູ່ໃນຂັ້ນຂອງຕົນ, ໂດຍສະເພາະຢູ່ ສຸນກາງແນວລາວສ້າງຊາດ ໃຫ້ປະຕິບັດການຕິດຕາມ-ກວດກາຕາມພາລະບົດບາດ, ໜ້າທີ່, ສິດ ທີ່ກໍານົດໄວ້ໃນກົດລະບຽບຂອງພັກ ແລະ ກົດໝາຍຂອງລັດວາງອອກຢ່າງເຂັ້ມງວດ.

info@lfnd.org.la | 021 213754 | (856-21) 453191