ສູນກາງແນວລາວສ້າງຊາດ

Lao Front For National Development

ສນຊ ປາຖະກະຖາວັນລັດຖະທໍາມະນູນ ແຫ່ງຊາດ ຄົບຮອບ 30 ປີ

ພິທີປາຖະກະຖາວັນລັດຖະທຳມະນູນ ແຫ່ງຊາດ ຄົບຮອບ 30 ປີ(15 ສິງຫາ 1991-15 ສິງຫາ 2021) ໄດ້ຈັດຂື້ນໃນວັນທີ 12 ສິງຫາ 2021 ທີ່ສູນກາງແນວລາວສ້າງຊາດ (ສນຊ), ໃຫ້ກຽດປາຖະກະຖາ ໂດຍ ທ່ານ ຈະເລີນ ເຢຍປາວເຮີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານກໍາມາທິການກົດໝາຍ, ຮອງຫົວໜ້າຄະນະຮັບຜິດຊອບ ການສະເຫຼີມສະຫຼອງ ວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ; ເປັນກຽດເຂົ້າຮ່ວມ ມີທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີຄະນະພັກ, ຄະນະປະຈຳ, ຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ ແລະ ສູນຝຶກອົບຮົມ ພ້ອມດ້ວຍ ພະນັກງານວິຊາການສູນກາງແນວລາວສ້າງຊາດ ເຂົ້າຮ່ວມ.

ທ່ານ ຈະເລີນ ເຢຍປາວເຮີ ໄດ້ຍົກໃຫ້ເຫັນຄວາມເປັນມາ ແລະ ຄວາມໝາຍສໍາຄັນຂອງລັດຖະທໍາມະນູນ ແຫ່ງ ສປປ ລາວ ໂດຍສັງເຂບ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ລັດຖະທໍາມະນູນ ແຫ່ງ ສປປ ລາວ ແມ່ນແນວທາງທາງປ່ຽນແປງໃໝ່ຮອບດ້ານ, ມີຫຼັກການຂອງພັກ ທີ່ໄດ້ຖືກຫັນມາເປັນກົດໝາຍພື້ນຖານຂອງລັດເຮົາ ຊຶ່ງເປັນເຄື່ອງມືພື້ນຖານໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຂອງລັດເຮົາແນໃສ່ເຮັດໃຫ້ປະເທດຊາດມີສະຖຽນລະພາບດ້ານການເມືອງຢ່າງໝັ້ນທ່ຽງ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ທັງເປັນພື້ນຖານໃຫ້ແກ່ການພັດທະນາກົດໝາຍຂອງປະເທດເຮົາໃຫ້ເປັນລະບົບ, ຄົບຊຸດ ແລະ ເຂັ້ມແຂງຂຶ້ນເທື່ອລະກ້າວ, ຮັບປະກັນໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ລັດຖະທຳມະນູນ ສະບັບທຳອິດ ແຫ່ງ ສປປ ລາວ ຖືກຮັບຮອງ ໃນວັນທີ 14 ສິງຫາ 1991ແລະ ປະກາດນຳໃຊ້ຢ່າງເປັນທາງການໃນວັນທີ 15 ສິງຫາ 1991, ລັດຖະທຳມະນູນສະບັບນີ້ ປະກອບມີ 10 ໝວດ 80 ມາດຕາ; ມາຮອດວັນທີ 28 ພຶດສະພາ 2003 ຈຶ່ງໄດ້ຮັບຮອງລັດຖະທຳມະນູນສະບັບປັບປຸງ ເທື່ອທີ 1 ປະກອບມີ 11 ໝວດ 98 ມາດຕາ ແລະ ມາຮອດປີ 2015 ຈຶ່ງໄດ້ປັບປຸງລັດຖະທຳມະນູນ ເປັນເທື່ອທີ 2 ປະກອບມີ 14 ໝວດ 119 ມາດຕາ ຊຶ່ງແມ່ນສະບັບທີ່ນຳໃຊ້ມາເຖິງປະຈຸບັນ.

ພ້ອມກັນນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນເຖິງການສັງເກດຕີລາຄາສະພາບການຈັດຕັ້ງປະຕິບັດ ລັດຖະທຳມະນູນ ແລະ ກົດໝາຍ ໃນໄລຍະ 30 ປີ ຜ່ານມາ; ຍົກໃຫ້ເຫັນຜົນສໍາເລັດດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ  ແລະ ບົດຮຽນທີ່ຖອດຖອນໄດ້ ຕະຫຼອດໄລຍະຜ່ານມາ ແລະ ທິດທາງແຜນການທີ່ຕ້ອງສຶບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍຕ່າງໆ ໃຫ້ເຂັ້ມງວດ ແລະ ມີປະສິດທິຜົນ.

info@lfnd.org.la | 021 213754 | (856-21) 453191