ສູນກາງແນວລາວສ້າງຊາດ

Lao Front For National Development

ສນຊ ມອບຄອມພິວເຕີໃຫ້ແນວລາວສ້າງຊາດ ແຂວງສະຫວັນນະເຂດ

ໃນວັນທີ 15 ມິຖຸນາ 2020 ນີ້, ສູນກາງແນວລາວສ້າງຊາດ(ສນຊ) ໄດ້ມອບຄອມພິວເຕີ ຈຳນວນ 16  ຊຸດ ແລະ ປຼີນເຕີ 1 ຊຸດ ໃຫ້ແນວລາວສ້າງຊາດ ແຂວງສະຫວັນນະເຂດ,  ກ່າວມອບໂດຍ ທ່ານ ຮສ.ດຣ ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ ແລະ ກ່າວຮັບໂດຍທ່ານ ສິນໄຊ ວົງນະຄອນ ຮອງປະທານແນວລາວສ້າງຊາດ ແຂວງສະຫວັນນະເຂດ.

ຄອມພິວເຕີທີ່ໄດ້ມອບໃຫ້ແນວລາວສ້າງຊາດ ແຂວງສະຫວັນນະເຂດ ໃນຄັ້ງນີ້ ມີຄອມພິວເຕີຕັ້ງໂຕະຈຳນວນ 13 ຊຸດ, ຄອມພິວເຕີ notbook 3 ເຄື່ອງ ແລະ ປຼີນເຕີ 1 ຊຸດ. ຄອມຈໍານວນດັ່ງກ່າວ ແມ່ນມອບໃຫ້ແນວລາວສ້າງຊາດແຂວງຈຳນວນ 1 ຊຸດ ແລະ ມອບໃຫ້ແນວລາວສ້າງຊາດບັນດາເມືອງຂອງແຂວງດັ່ງກ່າວ ເມືອງລະ 1 ຊຸດ ເພື່ອນຳໃຊ້ເຂົ້າໃນວຽກງານແນວລາວສ້າງຊາດ.

info@lfnd.org.la | 021 213754 | (856-21) 453191