ສູນກາງແນວລາວສ້າງຊາດ

Lao Front For National Development

ສນຊ ມອບໃບຍ້ອງຍໍໃຫ້ມູນນິທິວີເລີບຢູ ແລະ ບໍລິສັດ Olive Tree Global

ໃນວັນທີ 2 ກໍລະກົດ 2020 ນີ້, ສູນກາງແນວລາວສ້າງຊາດ(ສນຊ) ໄດ້ມອບໃບຍ້ອງຍໍສັນລະເສີນ ມູນນິທິ ວີເລີບຢູ ນາໆຊາດ ແລະ ບໍລິສັດ Olive Tree Global ທີ່ມີຜົນງານ ໃນການປະກອບສ່ວນອຸປະກອນການແພດ ເພື່ອປ້ອງກັນ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19 ໃຫ້ສູນກາງແນວລາວສ້າງຊາດ ໃນໄລຍະຜ່ານມາ ລວມເປັນມູນຄ່າ 1,163,940,000 ກີບ.

ໃນພິທີ ທ່ານ ຮສ.ດຣ ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ກຽດມອບໃບຍ້ອງຍໍ ໃຫ້ທ່ານ ນາງ ອົກຄີ ຄິມ ປະທານ ມູນນິທິ ວີເລີບຢູນາໆຊາດ ແລະ ທ່ານ ມິນຊັອງ ໂຈ ປະທານບໍລິສັດ Olive Tree Global. ໂອກາດດັ່ງກ່າວ ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ ທ່ານ ນາງ ອົກຄີ ຄິມ ແລະ ທ່ານ ມິນຊັອງ ໂຈ ກໍຄືມູນນິທິ ວີເລີບຢູ ນາໆຊາດ ແລະ ບໍລິສັດ Olive Tree Global ທີ່ໄດ້ໃຫ້ການຊ່ວຍເຫຼືອສູນກາງແນວລາວສ້າງຊາດ ໃນໄລຍະຜ່ານມາ ແລະ ຫວັງວ່າໂອກາດໜ້າຈະໄດ້ຮັບການຊ່ວຍເຫຼືອ ຕື່ມອີກ.

info@lfnd.org.la | 021 213754 | (856-21) 453191