ສູນກາງແນວລາວສ້າງຊາດ

Lao Front For National Development

ສນຊ ລະດົມເງິນ 52 ລ້ານກ່ວາກີບຊ່ວຍເຫຼືອການຕ້ານພະຍາດ ໂຄວິດ 19

ສູນກາງແນວລາວສ້າງຊາດ (ສນຊ) ຈັດພິທີລະດົມທຶນເພື່ອຊ່ວຍເຫລືອຜູ້ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃຫມ່ ຫລື ໂຄວິດ 19 ( COVID 19) ທີ່ຫ້ອງປະຊຸມສູນກາງແນວລາວສ້າງຊາດ. ໃນວັນທີ 04 ມີນາ 2020 ພາຍໃຕ້ການເປັນປະທານຂອງທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ໂດຍມີທ່ານຮອງປະທານສູນກາງແນວລາວສ້າງຊາດ, , ກຳມະການສູນກາງແນວລາວສ້າງຊາດອ້ອມຂ້າງສູນກາງ, ສະມາຄົມ ແລະ ມູນນິທິຕ່າງໆ ຕາງຫນ້າສາສະຫນາຕ່າງໆ ພ້ອມດ້ວຍພະນັກງານລັດຖະກອນສູນກາງແນວລາວສ້າງຊາດເຂົ້າຮ່ວມ.
ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດມີຄຳເຫັນວ່າ: ການຈັດຕັ້ງການປຸກລະດົມຄັ້ງນີ້ ເພື່ອເປັນການປະກອບສ່ວນວັດຖຸ-ປັດໄຈສົ່ງໄປປະເທດທີ່ໄດ້ຮັບຜົນກະທົບຕໍ່ພະຍາດອັກ ເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃຫມ່ ຫລືໂຄວິດ 19 ໂດຍສະເພາະປະເທດຈີນ, ເພື່ອສົ່ງກຳລັງໃຈຈາກທຸກພາກສ່ວນໃນທົ່ວສັງຄົມ ແລະ ເປັນພັນທະສາກົນ ພ້ອມນັ້ນ, ທ່ານຍັງໄດ້ເຜີຍແຜ່ປະຫວັດທີ່ມາຂອງເຊື້ອພະຍາດໂຄວິດ 19 ແລະ ວິທີປ້ອງກັນ ເພື່ອໃຫ້ທຸກພາກສ່ວນໄດ້ມີສະຕິຕື່ນຕົວສູງຕໍ່ສະພາບການ ພ້ອມດຽວກັນນັ້ນ, ທ່ານຮອງປະທານສູນກາງແນວລາວສ້າງຊາດ ຍັງໃຫ້ຮູ້ວ່າ: ເລີ່ມແຕ່ທ້າຍເດືອນທັນວາ 2019 ມາຮອດວັນທີ 03 ມີນາ 2020 ຢູ່ ສປ ຈີນ ມີຜູ້ຕິດເຊື້ອພະຍາດໂຄວິດ 19 ທັງຫມົດ 10.566 ກໍລະນີ ກວມ 72 ປະເທດໃນໂລກ, ສໍາລັບຢູ່ຈີນມີ 31 ເຂດແຂວງທີ່ມີຜູ້ຕິດເຊື້ອພະຍາດໂຄວິດ 19 ທັງຫມົດ 80.270 ກໍ ລະນີ. ປະຈຸບັນມີຜູ້ສົງໄສຕິດເຊື້ອ 520 ກໍລະນີ, ປິ່ນປົວດີແລ້ວ 49.856 ຄົນ ແລະ ເສຍຊີວິດແລ້ວ 2.981ຄົນ.
ຕອນທ້າຍຂອງພິທີ ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ໃຫ້ຮູ້ຕື່ມວ່າ: ການລະດົມທຶນໃນຕອນເຊົ້າມື້ນີ້ມີພາກສ່ວນຕ່າງໆບໍລິຈາກທັງຫມົດເປັນເງິນ 52 ລ້ານກວ່າກີບ ແລະ 100 ໂດລາສະຫະລັດ.

info@lfnd.org.la | 021 213754 | (856-21) 453191