ສູນກາງແນວລາວສ້າງຊາດ

Lao Front For National Development

ສນຊ ໄດ້ຮັບເງິນ ແລະ ເຄື່ອງອຸປະຖຳ ລວມມູນຄ່າ 38,400,000 ກີບ

ໃນວັນທີ 7 ສິງຫາ 2020 ນີ້, ສູນກາງແນວລາວສ້າງຊາດ(ສນຊ) ໄດ້ຮັບເງິນຈາກສະມາຄົມຄຸນຄ່າລາວ 10,000,000 ກີບແລະ ເຄື່ອງອຸປະຖໍາປະເພດອາຫານ ແລະ ເຄື່ອງດື່ມ ໃຫ້ຂະບວນການແຂ່ງຂັນກິລາຂີ່ລົດຖີບສາມັກຄີ ຊິງຂັນປະທານສູນກາງແນວລາວສ້າງຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ ລວມເປັນມູນຄ່າທັງໝົດ 38,400,000 ກີບ, ກ່າວມອບໂດຍທ່ານ ນາງ ແກ້ວມະນີວອນ ຜາລີຂັນ ປະທານສະມາຄົມຄຸນຄ່າລາວ ແລະ ກ່າວຮັບໂດຍທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍພະນັກທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໂອກາດນີ້, ທ່ານ ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ຕໍ່ທ່ານ ປະທານສະມາຄົມຄຸນຄ່າລາວ ທີ່ໄດ້ນຳເອົາເງິນ ແລະ ເຄື່ອງອຸປະຖຳ ຈຳນວນດັ່ງກ່າວມາມອບ ໃຫ້ສູນກາງແນວລາວສ້າງຊາດ ໃນຄັ້ງນີ້.

info@lfnd.org.la | 021 213754 | (856-21) 453191