ສູນກາງແນວລາວສ້າງຊາດ

Lao Front For National Development

ສະຫຼອງສາຍພົວພັນການທູດ ລາວ-ອິນເດຍ ຄົບຮອບ 65 ປີ

ເນື່ອງໃນໂອກາດສາຍພົວພັນການທູດ ລາວ-ອິນເດຍ ຄົບຮອບ 65 ປີ ສູນກາງແນວ ລາວສ້າງຊາດ ຮ່ວມກັບ ສະຖານທູດອິນເດຍ ປະຈຳ ສປປ ລາວ ໄດ້ຈັດກິດຈະກຳສົມທະນາ ກ່ຽວກັບພຸດທະສາສະໜາພາຍໃຕ້ຫົວຂໍ້: ການເຊື່ອມໂຍງພຸດທະສາສະໜາ ລາວ-ອິນເດຍ ໂດຍເປັນເຂົ້າຮ່ວມ ຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນ ກາງພັກ ປະທານສູນກາງແນວລາວສ້າງຊາດ, ມີທ່ານ ຄຳໃບ ດຳລັດ ກຳມະການສູນກາງ ພັກ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ດີນກາ ອາດທານາ ເອກອັກຄະລັດຖະ ທູດອິນເດຍ ປະຈຳ ສປປ ລາວ ຝ່າຍພະສົງ ມີພະອາຈານ ເຫວດ ມະເສໄນ ຮອງປະທານສູນ ກາງອົງການພຸດທະສາສະໜາສຳພັນລາວ ພ້ອມພະສົງ ສາມະເນນ ແລະ ຜູ້ຕາງໜ້າຈາກກະ ຊວງ, ອົງການຕ່າງໆ ເຂົ້າຮ່ວມໃນວັນທີ 12 ມີນາ 2021 ທີ່ ສູນກາງແນວລາວສ້າງຊາດ

.

info@lfnd.org.la | 021 213754 | (856-21) 453191