ສູນກາງແນວລາວສ້າງຊາດ

Lao Front For National Development

ສະຫຼຸບການເຄື່ອນໄຫວວຽກງານ ຍຸຕິທໍາ ແລະ ກົດໝາຍ

ໃນວັນທີ 26 ສິງຫາ 2022 ນີ້, ທີ່ສູນຝຶກອົບຮົມສູນກາງແນວລາວສ້າງຊາດ (ສນຊ) ໄດ້ສະຫຼຸບການເຄື່ອນໄຫວຂອງຄະນະທີ່ປຶກສາວຽກງານຍຸຕິທໍາ ແລະ ກົດໝາຍ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍ ປີ 2022 ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານ ສນຊ, ມີທ່ານ ນາງ ສີພະຈັນ ນັນທະວົງສາ ປະທານກວດກາພັກ-ລັດ ສນຊ, ຮອງປະທານ ສນຊ, ທ່ານ ສາຍທອງ ແກ້ວດວງດີ ກໍາມະການ ສນຊ ຫົວໜ້າຄະນະທີ່ປຶກສາວຽກງານຍຸຕິທໍາ ແລະ ກົດໝາຍ, ຕາງໜ້າ, ຫ້ອງການ, ກົມ ແລະ ຄະນະທີ່ປຶກສາຕ່າງໆ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ຮັບຟັງບົດສະຫຼຸບການເຄື່ອນໄຫວຂອງຄະນະທີ່ປຶກສາວຽກງານຍຸຕິທໍາ ແລະ ກົດໝາຍ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍ ປີ 2022; ຂໍ້ຕົກລົງການແບ່ງວຽກ, ແບ່ງຄວາມຮັບຜິດຊອບຂອງຄະນະທີ່ປຶກສາວຽກງານຍຸຕິທໍາ ແລະ ກົດໝາຍ ພ້ອມກັນນີ້, ບັນດາທ່ານເຂົ້າຮ່ວມກອງປະຊຸມໄດ້ແລກປ່ຽນບົດຮຽນຢ່າງກົງໄປກົງມາຕໍ່ກັບວຽກງານຍຸຕິທໍາ ແລະ ກົດໝາຍ.

ໃນໂອກາດນີ້, ທ່ານປະທານ ສນຊ ໄດ້ເນັ້ນບາງບັນຫາຕື່ມວ່າ:  ກົມກວດກາມີພາລະບົດບາດຄົ້ນຄວ້າພິຈາລະນາຄໍາຮ້ອງ-ຄໍາສະເໜີ ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນລາວບັນດາເຜົ່າຢູ່ໃນຂົງເຂດຄວາມຮັບຜິດຊອບຂອງຕົນ ໃຫ້ຄະນະທີ່ປຶກສາວຽກງານຍຸຕິທໍາ ແລະ ກົດໝາຍ ຈັດຕັ້ງເຄື່ອນໄຫວຕາມພາບົດບາດ, ສິດ ແລະ ໜ້າທີ່ ຂອງກົມກວດກາ ສນຊ ເພື່ອຊ່ວຍໃຫ້ຄໍາປຶກສາຄວາມຮູ້ໃຫ້ແກ່ປະຊາຊົນ ເປັນຫຼັກແຫຼ່ງເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນລາວທັງຊາດ, ຊຶ່ງເປັນປັດໄຈພື້ນຖານ ແລະ ຮັກສາສະຖຽນລະພາບທາງການເມືອງ, ຄວາມສະຫງົບທາງສັງຄົມ, ກໍຄືການສ້າງສາ ແລະ ພັດທະນາປະເທດຊາດ ນອກຈາກນັ້ນ, ສືບຕໍ່ຕິດຕາມ ກວດກາ ແລະ ເກັບກໍາບັນຫາຫາງສຽງໃນສັງຄົມ.

ບກ: ຄໍາຜາຍ

ຂ່າວ+ພາບ: ສຸວັນລີ

info@lfnd.org.la | 021 213754 | (856-21) 453191