ສູນກາງແນວລາວສ້າງຊາດ

Lao Front For National Development

ສະຫຼຸບວຽກງານຊາວໜຸ່ມ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີ ໃນຕໍ່ໜ້າ

ສະຫຼຸບວຽກງານຊາວໜຸ່ມ 5  ປີຜ່ານມາ ແລະ ທິດທາງແຜນການ 5 ປີ ໃນຕໍ່ໜ້າ

ໃນວັນທີ 14 ພຶດສະພາ 2020 ນີ້, ໜ່ວຍຊາວໜຸ່ມກົມໂຄສະນາ-ອົບຮົມ ສູນກາງແນວລາວສ້າງຊາດ(ສນຊ) ໄດ້ຈັດກອງປະຊຸມສະຫຼບວຽກງານຊາວໜຸ່ມ 5  ປີ ທີ່ຜ່ານມາ ແລະ ທິດທາງແຜນການ 5 ປີ ໃນຕໍ່ໜ້າຂື້ນ ທີ່(ສນຊ) ໂດຍການເປັນປະທານ ຂອງສະຫາຍ ນາງ ແສງຈັນ ພິມມະວົງ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ສູນກາງແນວລາວສ້າງຊາດ, ເປັນກຽດເຂົ້າຮ່ວມມີ ສະຫາຍ ນາງ ແພງພັນ ບຸບຜາພອນ ຮອງເລຂາໜ່ວຍພັກ, ຮັກສາການຫົວໜ້າກົມໂຄສະນາ-ອົບຮົມ ສນຊ, ສະຫາຍ ສົມສັກ ພົມປັນຍາ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ສນຊ ພ້ອມດ້ວຍສະມາຊິກຊາວໜຸ່ມ ໜ່ວຍກົມໂຄສະນາ-ອົບຮົມ ສນຊ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບການເຄື່ອນໄຫວຂອງໜ່ວຍ ຕະຫຼອດໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີໃນຕໍ່ໜ້າ. ພ້ອມກັນນັ້ນ, ກໍໄດ້ມອບໃບຍ້ອງຍໍຂອງຄະນະບໍລິຫານງານ ຊາວໜຸ່ມ ປະຊາຊົນປະຕິວັດລາວ ສູນກາງແນວລາວສ້າງຊາດ ໃຫ້ສະມາຊິກຊາວໜຸ່ມ ທີ່ມີຜົນງານດີເດັ່ນ ຈຳນວນ 11 ສະຫາຍ. ສະຫາຍ ນາງ ແສງຈັນ ພິມມະວົງ ໄດ້ມີຄຳເຫັນລວມ ຕໍ່ບົດສະຫຼຸບຕີລາຄາ 2 ພາກ ພ້ອມທັງແນະນຳການປັບປຸງ ແລະ ບາງບັນຫາຢາກໃຫ້ເພີ່ມທະວີ.

ໂອກາດນີ້, ສະຫາຍ ນາງແພງພັນ ບຸບຜາພອນ ກໍໄດ້ມີບາງຄຳເຫັນຊີ້ນຳ ເຊິ່ງກ່ອນອື່ນ ສະຫຍາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວ ໃນໄລຍະຜ່ານມາ ຂອງໜ່ວຍຊາວໜຸ່ມກົມໂຄສະນາ-ອົບຮົມ ໃນໄລຍະຜ່ານມາ ແລະ ສະຫາຍໄດ້ເນັ້ນຕື່ມ 5 ບັນຫາ ເພື່ອໃຫ້ສະມາຊິກຊາວໜຸ່ມທຸກສະຫາຍເພີ່ມທະວີ ເປັນຕົ້ນ: ດ້ານການເມືອງແນວຄິດ, ດ້ານວິຊາສະເພາະ, ແບບແຜນນຳພາຂອງຄະນະໜ່ວຍຊາວໜຸ່ມ, ຄວາມສາມັກຄີຊ່ວຍເຫຼືອກັນ, ການຍົກລະດັບຄວາມຮູ້ຄວາມສາມາດ ແລະ ສືບຕໍ່ປະຕິບັດຂະບວນການ 4 ບຸກຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ວາງອອກ ຕິດພັນກັບ 3 ດີຂອງແມ່ຍິງ, 5 ເປັນເຈົ້າຂອງສະຫະພັນກຳມະບານ ແລະ ການສ້າງໜ່ວຍພັກປອດໄສເຂັ້ມແຂງ ໜັກແໜ້ນ.

info@lfnd.org.la | 021 213754 | (856-21) 453191