ສູນກາງແນວລາວສ້າງຊາດ

Lao Front For National Development

ສະເໜີຕົວຂອງ ທ່ານ ສຈ. ຄໍາແດງ ກຸນທະປັນຍາ

 

ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບການເຂົ້າມາສະເໜີຕົວ ແລະ ປຶກສາຫາລື ຂອງ ທ່ານ ສຈ. ຄໍາແດງ ກຸນທະປັນຍາ ທີ່ໄດ້ຮັບການແຕ່ງຕັ້ງເປັນປະທານບໍລິຫານສູນລວມຄຣິສຕະຈັກຂ່າວປະເສີດ ສປປ ລາວ ຄົນໃໝ່ ພ້ອມດ້ວຍຄະນະ ທີ່ສູນກາງແນວລາວສ້າງຊາດ ວັນທີ 22 ກຸມພາ 2022 ນີ້.

ເນື່ອງໃນໂອກາດ ທີ່ ທ່ານ ສຈ. ຄໍາແດງ ກຸນທະປັນຍາ ມາຢ້ຽມຢາມ ແລະ ສະເໜີຕົວ ໃນຄັ້ງນີ້, ທ່ານໄດ້ນໍາເອົາເຄື່ອງຊ່ວຍເຫຼືອປະເພດ ຜ້າຫົ່ມ, ເຄື່ອງນຸ່ງກັນໜາວ ຈໍານວນໜຶ່ງເປັນມູນຄ່າ 10 ລ້ານກີບ ມາມອບໃຫ້ແນວລາວສ້າງຊາດ ເປັນກຽດກ່າວຮັບໂດຍ ທ່ານ ດຣ. ຈັນເພັງ ສຸດທິວົງ ຮອງປະທານ ສູນກາງແນວລາວສ້າງຊາດ ຊິ່ງທ່ານໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ ສູນລວມຄຮິສຕະຈັກຂ່າວປະເສີດ ສປປ ລາວ ທີ່ມີນໍ້າໃຈເອື້ອເຟື້ອເພື່ອແຜ່ໃຫ້ການປະກອບສ່ວນຊ່ວຍເຫຼືອສັງຄົມ ແລະ ເຄື່ອງຈໍານວນດັ່ງກ່າວ ພວກເຮົາຈະນໍາເອົາໄປມອບຕໍ່ໃຫ້ແກ່ປະຊາຊົນຜູ້ທີ່ທຸກຍາກຂາດເຂີນໃນເຂດຫ່າງໄກສອກຫຼິກ.

info@lfnd.org.la | 021 213754 | (856-21) 453191