ໃນວັນທີ 3 ພະຈິກ 2020 ຢູ່ທີ່ເດີ່ນໂຮງຮຽນ ມັດທະຍົມສົມບູນ ນາຄົກ ເມືອງງາ ແຂວງອຸດົມໄຊ ໄດ້ຈັດພິທີຮັບຮອງບ້ານນາຄົກ , ບ້ານ ຫ້ວຍເລີມ ແລະ ບ້ານ ຫ້ວຍລຽງ ເປັນບ້ານສາມັກຄີປອງດອງ ຂື້ນຢ່າງເປັນທາງການ. ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາເພົ້າ ວິພາກອນ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງງາ, ເປັນກຽດເຂົ້າຮ່ວມມີທ່ານ ສີວອນ ຢູລີໄຊ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງໆງາ, ທ່ານ ບຸນຍືມ ໄຊຍະເວັນ ຮອງປະທານແນວລາວສ້າງຊາດແຂວງ ອຸດົມໄຊ, ມີອົງການປົກຄອງບ້ານ, ເຖົ້າແກ່ແນວໂຮມ, ປະຊາຊົນບັນດາເຜົ່າຈາກ 3 ບ້ານ, ແຂກເຊີນ, ຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.

