ສູນກາງແນວລາວສ້າງຊາດ

Lao Front For National Development

ສູນກາງແນວລາວສ້າງຊາດຈັດພິທີມອບຮັບວຽກງານແນວລາວສ້າງຊາດ

ວັນທີ 10 ມັງກອນ 2020 ນີ້, ທີ່ສູນກາງແນວລາວສ້າງຊາດ ໄດ້ມີພິທີມອບ-ຮັບວຽກງານການສ້າງຄອບຄົວ – ບ້ານສາມັກຄີປອງດອງ ແລະ ວຽກງານໜັງສືພີມສາມັກຄີພັດທະນາ ຂອງສູນກາງແນວລາວສ້າງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຫົວໜ້າກົມ, ຫົວໜ້າຫ້ອງການ, ຫົວໜ້າສູນຝຶກອົບຮົມ ຕະຫຼອດຮອດພະນັກງານບັນດາກົມທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນນີ້, ທ່ານ ແກ້ວຈະເລີນ ເຊ່ຍຢິ້ງຢ່າງ ຄະນະປະຈຳສູນກາງແນວລາວສ້າງຊາດ ຫົວໜ້າກົມໂຄສະນາ-ອົບຮົມ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງໄລຍະຜ່ານມາ ແລະ ກ່າວມອບໃຫ້ກົມຊົນເຜົ່າ ກ່າວຮັບໂດຍ ທ່ານ ໄມ ຄຳວົງ ຫົວໜ້າກົມຊົນເຜົ່າສູນກາງແນວລາວສ້າງຊາດ. ພ້ອມກັນນີ້, ທ່ານ ປອ. ບູນຈອມ ວົງເພັດ ຫົວໜ້າສູນຝຶກອົບຮົມສູນກາງແນວລາວສ້າງຊາດ ໄດ້ຜ່ານບົດລາຍງານຜົນການຈັດຕັ້ງປະຕິບັດວຽກງານໜັງສືພີມໄລຍະຜ່ານມາ ແລະ ກ່າວມອບໃຫ້ກົມໂຄສະນາ-ອົບຮົມສືບຕໍ່ຈັດຕັ້ງປະຕິບັດຕໍ່ໆໄປເຊິ່ງກົມໂຄສະນາ-ອົບຮົມກ່າວຮັບໂດຍ ທ່ານ ແກ້ວຈະເລີນ ເຊ່ຍຢິ້ງຢ່າງ ຫົວໜ້າກົມໂຄສະນາ-ອົບຮົມສູນກາງແນວລາວສ້າງຊາດ
ໂອກາດນີ້, ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີດັ່ງກ່າວ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ບັນດາກົມໄດ້ຈັດປະຕິບັດສຳເລັດໄປໄລຍະຜ່ານມາ ແລະ ທ່ານໄດ້ເນັ້ນໃຫ້ກົມກໍ່ຄືພະນັກງານພາຍໃນກົມທີ່ຮັບວຽກໃໝ່ນັ້ນຈົ່ງເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ໄດ້ຮັບຜົນດີຕໍ່ໆໄປ.

info@lfnd.org.la | 021 213754 | (856-21) 453191