ສູນກາງແນວລາວສ້າງຊາດ

Lao Front For National Development

ສູນກາງແນວລາວສ້າງຊາດສ້າງຄວາມເຂັ້ມແຂງວຽກງານວິທະຍຸ

ກົມໂຄສະນາ ສູນກາງແນວລາວສ້າງຊາດ ໄດ້ຈັດຊຸດຝຶກອົບຮົມ ສ້າງຄວາມເຂັ້ມແຂງວຽກງານວິທະຍຸ ໃຫ້ນັກຂ່າວສູນກາງແນວລາວສ້າງຊາດ. ໂດຍໃຫ້ກຽດເຂົ້າຮ່ວມມີທ່ານ ສີພາ ນົງລາດ ຮອງປະທານສະຫະພັນນັກຂ່າວແຫ່ງປະເທດລາວ, ມີທ່ານ ປອ ບຸນຈອມ ວົງເພັດ ອາດິດຫົວໜ້າສູນຝຶກອົບຮົມ ສນຊ, ທ່ານ ນ. ແພງພັນ ບຸບຜາພອນ ຮັກສາການ ຫົວໜ້າກົມໂຄສະນາ, ມີບັນດາທ່ານຜູ້ຕາງໜ້າຈາກກົມອ້ອມຂ້າງສູນກາງແນວລາວສ້າງຊາດເຂົ້າຮ່ວມ ໃນວັນທີ 26 ພະຈິກ 2020.

ໃນໂອກາດນີ້, ທ່ານ ສີພາ ນົງລາດ ໄດ້ໃຫ້ຄວາມຮູ້ກ່ຽວກັບພື້ນຖານການຂຽນຂ່າວອອກລາຍການວິທະຍຸ, ມາດຖານຂອງໂຄສົກວິທະຍຸ ແລະ ການໃຊ້ສັບພາສາລາວໃນການຂຽນຂ່າວປະເພດຕ່າງໆ, ເພື່ອເຮັດໃຫ້ຄຸນນະພາບຂອງເນື້ອໃນຂ່າວ ແລະ ເຕັກນິກການໃຊ້ສຽງ, ແສງສີ ແລະ ອື່ນໆ ໃນການຜະລິດລາຍການວິທະຍຸ ໃຫ້ພະນັກງານຜູ້ທີ່ເຮັດວຽກງານດັ່ງກ່າວ ມີຄວາມຮູ້ ຄວາມສາມາດ, ແນ່ໃສ່ເຮັດໃຫ້ວຽກງານສື່ມວນຊົນຂອງແນວລາວສ້າງຊາດ ມີບາດກ້າວໃໝ່ ເພື່ອເປັນກະບອກສຽງໃຫ້ພັກ-ລັດ ແລະ ໂຄສະນາການເຄື່ອນໄຫວວຽກງານຕ່າງໆ ຂອງອົງການແນວລາວສ້າງຊາດ ຜ່ານລະບົບສື່ມວນຊົນເປັນຕົ້ນ: ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ມູນເຊື້ອອັນສະຫງ່າລາສີຂອງແນວລາວສ້າງຊາດ, ບັນດາຜົນງານຕ່າງໆ ຂອງຄະນະກໍາມະການແນວລາວສ້າງຊາດແຕ່ລະຂັ້ນໃນຂອບເຂດທົ່ວປະເທດອອກສູ່ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ.

info@lfnd.org.la | 021 213754 | (856-21) 453191