ສູນກາງແນວລາວສ້າງຊາດ

Lao Front For National Development

ສູນກາງແນວລາວສ້າງຊາດ ຫວນຄືນມູນເຊື້ອວັນສຳຄັນຂອງຊາດ

ເພື່ອເຮັດໃຫ້ພະນັກງານ-ລັດຖະກອນ ໄດ້ເຊື່ອມຊຶມຮັບຮູ້ເຂົ້າໃຈ ແລະ ກໍາໄດ້ມູນເຊື້ອ ກ່ຽວກັບ 2 ວັນ ປະຫວັດສາດຂອງຊາດ ກໍຄື ວັນສະຖາປະນາ ສປປ ລາວ ຄົບຮອບ 46 ປີ (2 ທັນວາ 1975 – 2 ທັນວາ 2021) ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ (13 ທັນວາ 1920 – 13 ທັນວາ 2021). ໃນວັນທີ 23 ທັນວາ 2021 ນີ້, ສູນກາງແນວລາວສ້າງຊາດ ໄດ້ຈັດພິທີປາຖະກະຖາ 2 ວັນປະຫັວດສາດວັນດັ່ງກ່າວຂຶ້ນ ທີ່ສູນກາງແນວລາວສ້າງຊາດ ເປັນກຽດຖະກະຖາໂດຍ ທ່ານ ເຍ່ຍເກີຢ່າ ໜໍຈໍ່ຈົ່ງຕົວ, ຄະນະພັກ ຮອງປະທານສູນກາງແນວລາວສ້າງຊາດ ມີບັນດາທ່ານຮອງປະທານ, ສະມາຊິກພັກ-ພະນັກງານຫລັກແຫລ່ງ ເຂົ້າຮ່ວມ.

ທ່ານ ເຍ່ຍເກີຢ່າ ໜໍຈໍ່ຈົ່ງຕົວ ໄດ້ຍົກໃຫ້ເຫັນວ່າ: 2 ທັນວາ ແມ່ນວັນທີ່ມີຄວາມໝາຍທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ ແມ່ນວັນໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ ສູ້ເປັນພັນໆປີຂອງຊາດລາວເຮົາ, ແມ່ນວັນປະຊາຊົນບັນດາເຜົ່າ ມີອິດສະລະພາບ ແລະ ເປັນເຈົ້າປະເທດຊາດຢ່າງແທ້ຈິງ, ແມ່ນວັນທີ່ປະເທດລາວໄດ້ມີເອກະ ລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະທຽບເທົ່າກັບປະເທດອື່ນໆ ໃນເວທີປະຊາຄົມໂລກ ແລະ ຕະຫລອດ 46 ປີ ຜ່ານມາ, ສປປ ລາວ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ລະບົບພື້ນຖານໂຄງລ່າງ ເປັນຕົ້ນແມ່ນ ຖະໜົນຫົນທາງ, ໄຟຟ້າ, ນໍ້າປະປາ ໄດ້ຮັບການປັບປຸງກໍ່ສ້າງໃຫ້ສະດວກ ນັບແຕ່ເໜືອຮອດໃຕ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ດີຂຶ້ນ, ການຜະລິດເປັນການສິນຄ້າຂອງປະຊາຊົນໄດ້ຂະຫຍາຍຕົວຢ່າງ​ຕໍ່​ເນື່ອງ, ເສດຖະກິດຂອງປະເທດ ໄດ້ເຕີບໃຫຍ່ຂະຫຍາຍຕົວເປັນ ລໍາດັບ, ການພັດທະນາທາງດ້ານການສຶກສາ, ສາທາ ລະນະສຸກ ໄດ້ໄປຮອດໄປເຖິງປະຊາຊົນໃນເຂດຫ່າງໄກສອກຫລິກ ແລະ ການພັດທະນາໃນດ້ານອື່ນໆ ກໍໄດ້ມີການຫຍາຍຕົວເປັນກ້າວໆ;

ນອກຈາກນີ້, ທ່ານໄດ້ເລົ່າຄືນຊິວິດ ແລະ ການເຄື່ອນໄຫວຂອງ ປະທານ ໄກສອນ ພົມວິຫານ, ໂດຍຍົກໃຫ້ເຫັນວ່າ: ປະທານ ໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ແມ່ນລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ, ແມ່ນນັກຮົບປະຕິວັດຜູ້ດີເລີດ, ເພີ່ນເປັນຜູ້ນໍາສູງສຸດຂອງການປະຕິວັດລາວ, ເປັນຜູ້ນຳການປະຕິວັດທີ່ມີຄວາມສາມາດ, ສະຫຼາດສ່ອງໃສ, ມີຄວາມປີຊາສາມາດ, ມີໄຫວພິບອັນແຫລມຄົມ ແລະ ມີນໍ້າໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນ, ເປັນຜູ້ນໍາທີ່ແສນເຄົາລົບຮັກຂອງ ພັກ-ລັດ ແລະ ປະຊາຊົນ, ເປັນວິລະບູລຸດຂອງຊາດລາວເຮົາ, ເປັນນັກທິດສະດີ ແລະ ພຶດຕິກຳ, ເປັນນັກປຸກລະດົມຂົນຂວາຍ, ເປັນສັນຍາລັກ ເປັນແບບຢ່າງອັນໃສແຈ້ງ, ເປັນແກ່ນສານຂອງຄວາມສາມັກຄີພາຍໃນພັກ ແລະ ຊາດ ເປັນຜູ້ທີ່ມີຄຸນສົມບັດສິນທຳປະຕິວັດສູງສົ່ງ, ມີທັດສະນະມະຫາຊົນກວ້າງຂວາງ, ເປັນນັກເຄື່ອນໄຫວສາກົນຜູ້ດີເດັ່ນ ທັງເປັນຜູ້ວາງແນວທາງ ແລະ ເປັນແບບຢ່າງປະຕິບັດແນວທາງການຕ່າງປະເທດຢ່າງຖືກຕ້ອງເຮັດໃຫ້ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີບົດບາດໃນເວທີສາກົນນັບມື້ສູງຂຶ້ນ

info@lfnd.org.la | 021 213754 | (856-21) 453191