ສູນກາງແນວລາວສ້າງຊາດ

Lao Front For National Development

ສູນຝຶກອົບຮົມ ສນຊ ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດໂຄງການສ້າງຫຼັກສູດ ແລະ ປຶ້ມຄູ່ມືຝຶກອົບຮົມ

ສູນຝຶກອົບຮົມ ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມສະຫຼຸບການຖອດຖອນບົດຮຽນການຈັດຕັ້ງປະຕິບັດໂຄງການສ້າງຫຼັກສູດ ແລະ ປຶ້ມຄູ່ມືຝຶກອົບຮົມ 45ວັນ  ແລະ ສຳມະນາຫົວຂໍ້ຝຶກອົບຮົມໄລຍະສັ້ນ ຂອງວຽກງານແນວລາວສ້າງຊາດ. ໂດຍເປັນປະທານຂອງທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາຫົວໜ້າກົມ, ຫ້ອງການ ແລະ ສູນຝຶກອົບຮົມ ຂອງສູນກາງແນວລາວສ້າງຊາດ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ ວັນທີ 22 ກໍລະກົດ 2021 ນີ້, ທີ່ສູນຝຶກອົບຮົມ ສູນກາງແນວລາວສ້າງຊາດ.

ກອງປະຊຸມໄດ້ຮັບຟັງ ບົດລາຍງານຜົນສຳເລັດໃນການສ້າງຫຼັກສູດ ແລະ ປຶ້ມຄູ່ມືຝຶກອົບຮົມ ວຽກງານແນວລາວສ້າງຊາດ ລະບົບ 45 ວັນ ເຊິ່ງໂຄງການດັ່ງກ່າວໄດ້ເລີ່ມ ແຕ່ປີ 2018-2021 ທ່ານ ສຸລິປັນຍາ ຣາຊສົມບັດ ຫົວໜ້າສູນຝຶກອົບຮົມໄດ້ໃຫ້ຮູ້ວ່າ: ສິ່ງທີ່ພົ້ນເດັ່ນແມ່ນສາມາດສ້າງຫຼັກສູດຝຶກອົບຮົມ ແລະ ປຶ້ມຄູ່ມືຝືກອົບຮົມ ລະບົບ 45 ວັນ ຂອງວຽກງານແນວລາວສ້າງຊາດສຳເລັດ ແລະ ຖຶກຮັບຮອງຈາກກະຊວງສຶກສາທິການ ແລະ ກິລາແລ້ວ ຫຼັກສູດຝຶກອົບຮົມວຽກງານແນວລາວສ້າງຊາດປະກອບມີ 15 ໂມດູນ, ໃນນັ້ນໂມດູນທົ່ວໄປມີ 2 ໂມດູນ ແລະ ໂມດູນວິຊາສະເພາະມີ 13 ໂມດູນ. ປຶ້ມຄູ່ມືຝຶກອົບຮົມ ປະກອບມີປື້ມວຽກງານຊົນເຜົ່າ, ປຶ້ມວຽກງານສາສະໜາ, ວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ, ປຶ້ມວຽກງານຫ້ອງການ, ປຶ້ມວຽກງານຈັດຕັ້ງ-ພະນັກງານ, ປຶ້ມວຽກງານໂຄສະນາ ແລະ ປຶ້ມວຽກງານກວດກາ. ພ້ອມກັນນີ້, ກອງປະຊຸມຍັງໄດ້ຮ່ວມກັນຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນໃສ່ເອກະສານ ຄວາມຮູ້ພື້ນຖານກ່ຽວກັບວຽກງານແນວໂຮມ ສຳລັບຝືກອົບຮົມໄລຍະສັ້ນ ເພື່ອຈະຈັດຝຶກອົບຮົມໃຫ້ກຳມະການສູນກາງແນວລາວສ້າງຊາດແຕ່ລະຂັ້ນ ເຊີ່ງມີທັງໝົດ 7 ບົດ ຕາມແຜນການແມ່ນຈະໄດ້ຈັດຊຸດຝຶກອົບຮົມຂຶ້ນໃນທ້າຍປີ 2021 ນີ້.

ໃນໂອກາດນີ້ ທ່ານປະທານກອງປະຊຸມໄດ້ມີຄຳເຫັນຊີ້ນຳຕໍ່ກອງປະຊຸມ ເຊິ່ງກ່ອນອື່ນໝົດທ່ານໄດ້ຍ້ອງຍໍຊົມເຊີຍຄະນະຮັບຜິດຊອບຄົ້ນຄວ້າ ສ້າງປຶ້ມຫຼັກສູດ ແລະ ປຶ້ມຄູ່ມືຝຶກອົບຮົມ ສຳເລັດເປັນຮູບປະທຳ ແລະ ໄດ້ກ່າວຕື່ມອີກວ່າ ການປະຕິບັດໂຄງການກ່ອນທີ່ຈະສຳເລັດໄດ້ ຕ້ອງໄດ້ຜ່ານຄວາມຫຍຸ້ງຍາກນາໆ ປະການ ໃນການລົງເກັບກໍາຂໍ້ມູນຕ່າງໆ ຢູ່ຖ້ອງຖິ່ນຢ່າງລະອຽດ ເພື່ອນຳມາ ຮິບໂຮມ, ຮຽບຮຽງ ແລະ ກວດແກ້ ໃຫ້ປຶ້ມດັ່ງກ່າວ ມີລັກສະນະເປັນວິທະຍາສາດ ແລະ ຖຶກຕ້ອງຕາມລະບຽບການຂອງກະຊວງສຶກສາທິການ ແລະ ກິລາ. ເຊິ່ງວຽກງານການສ້າງປຶ້ມຄູ່ມືຂອງແນວລາວສ້າງຊາດ ຍັງຈະສຶບຕໍ່ພັດທະນາໃຫ້ເປັນຫຼັກສູດການຮຽນການສອນລະດັບຊັ້ນຕົ້ນ ແລະ ພັດທະນາໃຫ້ຂຶ້ນສູ່ລະດັບຊັ້ນສູງ ເພື່ອເຊື່ອມເຂົ້າໃນຫຼັກສູດຂອງ ສະຖາບັນການເມືອງການ-ປົກຄອງໃນຕໍ່ໜ້າ.

info@lfnd.org.la | 021 213754 | (856-21) 453191